Homeສຸຂະພາບ ແລະ ສີ່ງແວດລ້ອມ3 ພະຍາດ ທີ່ ກະທຽມ ສາມາດປ້ອງກັນໄດ້

3 ພະຍາດ ທີ່ ກະທຽມ ສາມາດປ້ອງກັນໄດ້

Published on

727945-topic-ix-4

ກະ​ທຽມ” ເປັນ​ສະ​ໝຸນ​ໄພ​ທີ່​ຖືກ​ນຳ​ມາ​ໃຊ້​ເປັນ​ທັງ​ອາຫານ​ແລະ​ຢາ​ກັນ​ມາ​ດົນ​  ນັບ​ເປັນ​ພັນ​ປີ ແນ່ນອນ​ວ່າ​ເມື່ອ​ແຕ່​ລະ​ຄົນ​ເກີດ​ມາ ກໍ​ຈະ​ໄດ້​ຮູ້​ວ່າ ກະ​ທຽມ ຖືກ​ນຳ​ມາ​ໃຊ້​ເປັນ​ສ່ວນ​ປະກອບ​ອາຫານ​ກັນ​ແລ້ວ

ໃນ​ປະຈຸບັນນີ້ ກະ​ທຽມ ຖືກ​ນຳ​ມາ​ໃຊ້​ໃນ​ການ​ປ້ອງ​ກັນ​ພະຍາດ​ຫລາຍ​ຢ່າງ​ນຳກັນ ຊ່ວຍ​ຫລຸດ​ລະ​ດັບ​ໄຂ​ມັນ Cholesterol ລຸດ​ຄວາມ​ດັນ​ເລືອດ​ສູງ ແລະ​ສົ່ງ​ເສີມ​ໃຫ້​ລະບົບ​ພຸ​ມ​ຄຸ້ມ​ກັນ​ໃຫ້​ດີ​ຂຶ້ນ

ກະ​ທຽມ ມີ​ສານ​ທີ່​ມີ​ສານ​ຕ້າ​ນອ​ນຸ​ມູນ​ອິດສະຫລະ (Antioxidants) ຊຶ່​ງອານຸ​ມູນ​ອິດສະຫລະ  (free radicals) ​ມີ​ບາດ​ສຳຄັນ​ຕໍ່​ການເຮັດໃຫ້​ຄົນຕະຫລອດ​ລວມ​ໄປ​ເຖິງ​ການເຮັດໃຫ້​ເກີດ​ໂລກໄພ​ໄຂ້​ເຈັບ​ໄດ້​ຫລວງຫລາຍ ລວມ​ເຖິງ​ພະຍາດ​ຫົວ​ໃຈ ແລະ​ມະ​ເຮັງ ແລະ​ກະ​ທຽມ ນີ້​ກໍ​ສາມາດ​ທໍາລາ​ຍອາ​ນຸ​ມູນ​ອິດສະຫລະ ເຊິ່ງ​ເປັນ​ໂຕ​ທີ່​ສາມາດ​ທຳລາຍ​ເຍື່ອ​ຫຸ້ມ​ເຊລ  (cell membranes) ແລະ DNA ໄດ້ດີ

ພະຍາດ​ຕ່າງ ໆ ທີ່​ກະ​ທຽມ​ສາມາດ​ປ້ອງ​ກັນ​ໄດ້ມີ

  1. ພະຍາດ​ຫົວ​ໃຈ  (Heart disease)

ມີ​ຫລັກ​ຖານ​ບາງຢ່າງ​ສະໜັບສະໜູນ​ວ່າ ກະ​ທຽມ ​ອາດ​ປ້ອງ​ກັນ​ບໍ່ໃຫ້ເກີດ​ພະຍາດ​ຫົວ​ໃຈ​ ໄດ້ ໂດຍ ອາດ​ຫລຸດ​ການ​ເກີດ​ເສັ້ນ​ເລືອດ​ແຂງ  (artherosclerosis) ແລະ​ ສາມາດຫ​ລຸດ​ລະ​ດັບ​ຄວາມ​ດັນ​ລະ​ໄດ້​ໜ້ອຍໜຶ່ງ (ລະຫວ່າງ 7 %ເຖິງ 8%)

ນອກ​ຈາກ​ນັ້ນ ກະ​ທຽມ​ຍັງ​ເປັນ​ສານ​ຕ້ານ​ການ​ຈັບ​ໂຕເປັນ​ກ້ອນ​ຂອງ​ເລືອດ ດ້ວຍ​ການເຮັດໃຫ້​ເກັດ​ເລືອດ​ບາງ​ລົງ ເຊິ່ງ​ອາດ​ປ້ອງ​ກັນ​ບໍ່​ເກີດ​ພາ​ວະ​ຫົວ​ໃຈ​ຂາດ​ເລືອດ  (heart attack) ຫລື ສະຫມອງ​ຂາດ​ເລືອດ  (stroke)

ສ່ວນ​ຜົນ​ທີ່​ມີ​ຕໍ່​ໄຂ​ມັນ cholesterol ນັ້ນ ຈາກ​ການ​ສຶກ​ສາ​ໃນ​ຕອນ​ທໍາອິດພົບ​ວ່າ ມັນ​ສາມາດ​ຫລຸດ​ລະ​ດັບ​ຂອງ Cholesterol ໃນ​ກະ​ແສ​ເລືອດ​ໄດ້ ແຕ່​ຜົນ​ຈາກ​ການສຶກສາ​ໄລຍະ​ໄວ​ໆນີ້ ປາກົດ​ວ່າ ກະ​ທຽມ​ບໍ່​ຜົນ​ຕໍ່​ການ​ຫລຸດ​ລະ​ດັບ​ໄຂ​ມັນ​ດັ່ງ​ກ່າວ​ເລີຍ

  1. ພະຍາດ​ຫວັດ  (Common cold)

ຈາກ​ຜົນ​ການສຶກສາ​ໃນ​ໄລຍະ​ທໍາອິດ ພົບ​ວ່າ ກະ​ທຽມ ​ສາມາດ​ຊ່ວຍ​ປ້ອງ​ກັນ​ພະຍາດ​ຫວັດ (common cold) ໄດ້ ມີ​ການສຶກສາ​ປຽບທຽບ​ການ​ໃຊ້​ກະ​ທຽມ ໃນ​ລະ​ຍະ​ທີ່​ມີ​ພະຍາດ​ຫວັດ​ລະ​ບາດ  (common cold) ຜົນ​ປາກົດ​ວ່າ ຄົົນທີ່​ຮັບປະທານ​ກະ​ທຽມ ຈະ​ເປັນ​ພະຍາດ​ຫວັດ​ໄດ້​ນ້ອຍ​ກວ່າ​ຄົນ ທີ່​ບໍ່​ຮັບປະທານ​ກະ​ທຽມ​ເລີຍ ນອກ​ຈາກ​ນັ້ນ  ໃນ​ລະຫວ່າງ​ເປັນ​ຫວັດ ​ກະທຽມ​ສາມາດ​ເຮັດໃຫ້​ອາການ​ຂອງ​ຫວັດ​ເຊົາໄວນໍາອີກ

  1. ມະ​ເຮັງ  (Cancer)

ກະ​ທຽມ​ອາດ​ເສີມ​ໃຫ້​ລະບົບ​ພູ​ມ​ຕ້ານ​ທານ​ໃຫ້​ແຂງ​ແຮງ​ຂຶ້ນ ສາມາດ​ຊ່ວຍ​ຮ່າງກາຍ​ໃຫ້​ຕໍ່ສູ້​ກັບ​ພະຍາດ​ມະ​ເຮັງ​ໄດ້ ໂດຍ​ຜົນ​ຈາກ​ຫ້ອງ​ທົດລອງ ເບິ່ງຄືວ່າ ກະ​ທຽມ ​ມີ​ລິດ​ໃນ​ການ​ຕໍ່​ຕ້ານ​ມະ​ເຮັງ

ຜົນ​ຈາກ​ການສຶກສາ​ໃນ​ກຸ່ມ​ຄົນເປັນ​ໄລ​ຍະ​ເວລາ​ດົນ ພົບ​ວ່າ ກຸ່ມ​ຄົົນທີ່​ກິນ​ກະ​ທຽມ​ສົດ ຫລື ​ກະ​ທຽມ ທີ່​ປຸງ​ໃນ​ອາຫານ ເຮັດໃຫ້​ມີ​ແນວ​ໂນ້ມ​ທີ່​ຈະ​ບໍ່​ເກີດ​ເປັນ​ມະ​ເຮັງ ໂດຍ​ສະເພາະ​ ມະ​ເຮັງ​ຂອງ​ລຳ​ໄສ້​ໃຫຍ່  (colon) ແລະ ​ມະ​ເຮັງ​ກະເພາະ  (CA stomach)

ຜົນ​ຈາກ​ການສຶກສາ (ຈຳນວນ 7ຢ່າງ) ພົບ​ວ່າ ຄົົນທີ່​ກິນ​ກະ​ທຽມ​ສົດ ຫລື ​ກະ​ທຽມ​ປຸງ​ແລ້ວ ສາມາດ​ຫລຸດ​ການ​ເກີດ​ມະ​ເຮັງ colorectal ໄດ້​ເຖິງ 30 %

ສິ່ງ​ທີ່​ຕ້ອງ​ລະ​ວັງ​ສຳລັບ​ກະ​ທຽມ

ເຖິງວ່າ​ ກະ​ທຽມ​ຈະ​ເປັນ​ພືດ​ທີ່​ມີ​ສັບ​ພະຄຸນ​ຢູ່​ຫລວງຫລາຍ ແຕ່​ກະ​ທຽມ​ກີບໜຶ່ງ ​ອັນ​ບໍ່​ປະສົງ​ຂອງ​ກະ​ທຽມ​ຢູ່​ຫລາຍ​ຄືກັນ ເຊັ່ນ ເຮັດໃຫ້​ເຈັບ​ທ້ອງ ທ້ອງ​ອືດ​ ມີ​ກິ່ນ​ປາກ ອອກ​ແສບ​ຮ້ອນ​ຢູ່ມື (ເມື່ອ​ສຳ​ຜັດ​ຖືກ)

ນອກ​ເໜືອ​ໄປ​ຈາກ​ນັ້ນ ມັນ​ຍັງ​ເຮັດໃຫ້​ເກີດ​ມີ​ອາການ​ວິ​ນຫົວເຈັບ​ຫົວ ເໜື່ອຍ​ ປວດ​ກ້າມ​ຊີ້ນ ແລະ ​ອາດ​ພ່າຍ​ກະ​ທຽມ ເຮັດໃຫ້​ເກີດ​ມີ​ລັກສະນະ​ຫືດ​ຫອບ ແລະ ​ເປັນ​ຜື່ນ​ຄັນ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...