spot_img
Homeຂ່າວທ້ອງຖິ່ນແຈ້ງການປິດປັບປຸງແຫຼ່ງທ່ອງທ່ຽວ ຂຸນກອງແລງຊົ່ວຄາວ

ແຈ້ງການປິດປັບປຸງແຫຼ່ງທ່ອງທ່ຽວ ຂຸນກອງແລງຊົ່ວຄາວ

Published on

ຫ້ອງວ່າການປົກຄອງເມືອງ ຫີນບູນ ແຈ້ງການສະບັບເລກທີ 22/ຫວມ.ຫບ, ລົງວັນທີ 27 ມີນາ 2019 ວ່າດ້ວຍການປິດເພື່ອປັບປຸງຊົ່ວຄາວຢູ່ແຫຼ່ງທ່ອງທ່ຽວຂຸນກອງແລງ.

ຫ້ອງວ່າການປົກຄອງເມືອງຂໍຖືເປັນກຽດແຈ້ງມາຍັງບັນດາບ້ານທີ່ຢູ່ອ້ອມຂ້າງແຫຼ່ງທ່ອງທ່ຽວຂຸນກອງແລງ ບ້ານ ນາຄີ ແລະ ກຸ່ມນາໂພ ເພື່ອຮັບຊາບ ໃນການປິດເພື່ອປັບປຸງແຫຼ່ງທ່ອງທ່ຽວຂຸນກອງແລງໄວ້ຊົ່ວຄາວ ເພື່ອມີການພັດທະນາປັບປຸງກໍ່ສ້າງໃຫ້ສຳເລັດ, ຈຶ່ງໃຫ້ມີການບໍລິການຕໍ່ ແລະ ຂໍອະໄພໃນຄວາມບໍ່ສະດວກພ້ອມທັງຂໍຄວາມຮ່ວມມືຈາກພາກສ່ວນໃນການຈັດຕັ້ງປະຕິບັດ.

ອີງຕາມຂໍ້ຕົກລົງຂອງເຈົ້າແຂວງ ແຂວງຄຳມ່ວນວ່າດ້ວຍການອະນຸມັດເຊັນສັນຍາສຳປະທານ ເພື່ອພັດທະນາແຫຼ່ງທ່ອງທ່ຽວ ແລະ ກະສິກຳແບບອະນຸລັກທຳມະຊາດ, ຍືນຍົງ ແລະ ສີຂຽວ ໂດຍຮ່ວມມືກັບປະຊາຊົນໃນໂຄງການ The Green World @khammouane.

ໃນຂອບເຂດ ຂຸນກອງແລງ, ຂຸນແຂ້, ວັງນໍ້າຕົກ (ຖໍ້າຫຼວງ), ຂຸນນໍ້າປະກັນ, ຕາດຄອນແກ້ວ, ພູຜາດ້າງ,​ສາຍນໍ້າຂຸນກອງແລງ,​ ສາຍນໍ້າເຢັນ ແລະ ສາຍນໍ້າປະກັນ ທີ່ເມືອງ ຫີນບູນ ແຂວງ ຄຳມ່ວນ ຂອງ ບໍລິສັດ ອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ສະບັບເລກທີ 08/ຄລທ.ຂ, ລົງວັນທີ 18 ມີນາ 2019.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ຫ້ອງວ່າການປົກຄອງເມືອງ ຫີນບູນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...