spot_img
Homeຂ່າວທ້ອງຖິ່ນວັນທີ 28-31 ມີນາ 2019 ກຽມຮັບມືກັບຝົນຕົກຟ້າຮ້ອງ ແລະ ລົມພັດແຮງບາງທ້ອງຖິ່ນ

ວັນທີ 28-31 ມີນາ 2019 ກຽມຮັບມືກັບຝົນຕົກຟ້າຮ້ອງ ແລະ ລົມພັດແຮງບາງທ້ອງຖິ່ນ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດໃນລະຫວ່າງວັນທີ 25-31 ມີນາ 2019 ວ່າ ບໍລິເວນຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນທີ່ມີກຳລັງອ່ອນຫາປານກາງ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ,​ ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດໂດຍທົ່ວໄປ ຮ້ອນຂຶ້ນໃນຕອນບ່າຍຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ເປັນບາງທ້ອງຖິ່ນໃນຕອນບ່າຍຫາຄໍ່າ ຂອງແຂວງພາກກາງ ຫາ ພາກໃຕ້.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 25-27 ມີນາ 2019 ໂດຍທົ່ວໄປອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ໃນຕອນບ່າຍຫາຄໍ່າອາກາດຈະຮ້ອນຂຶ້ນ. ຈາກນັ້ນວັນທີ 28-31 ມີນາ 2019 ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 25-27 ມີນາ 2019 ອາກາດເຢັນໃນຕອນເຊົ້າພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ, ສ່ວນໃນຕອນບ່າຍອາກາດຈະຮ້ອຍຂຶ້ນພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ຈາກນັ້ນວັນທີ 28-31 ມີນາ 2019 ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ປານກາງເປັນບາງໂອກາດ.

ພາກກາງ: ໃນໄລຍະວັນທີ 25-27 ມີນາ 2019 ອາກາດຈະຮ້ອນຂຶ້ນໃນຕອນບ່າຍ. ຈາກນັ້ນ ວັນທີ 28-31 ມີນາ 2019 ອາກາດຈະສືບຕໍ່ຮ້ອນໃນໄລຍະຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນ ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ພ້ອມມີລົມພັດແຮງເປັນບາງໂອກດ.

ສະເພາະແຂວງ ໄຊສົມບູນ,ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 25-27 ມີນາ 2019 ອາກາດຈະເຢັນຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ, ຈກນັ້ນໃນວັນທີ 28-31 ມີນາ 2019 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 25-27 ມີນາ 2019 ອາກາດຈະເຢັນຫາໜາວເຢັນ. ຈາກນັ້ນໃນວັນທີ 28-31 ມີນາ 2019 ອາກາດຈະສືບຕໍ່ໜາວເຢັນ ແລະ ຍັງຈະມີຝົນຕົກຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 25-27 ມີນາ 2019 ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນເຊົ້າ. ຈາກນັ້ນວັນທີ 28-31 ມີນາ 2019 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງບໍລິເວນພ້ອມມີລົມພັດແຮງເປັນບາງໂອກາດ.

 

 

 

 

 

 

 

 

 

ຮຽບຮຽງໂດຍ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...