Homeຂ່າວພາຍ​ໃນຜົນສຳເລັດຄັ້ງຫຍິ່ງໃຫຍ່ສຳລັບງານ Laorealestate.la Expo ງານມະຫະກຳອະສັງຫາລິມະຊັບຄັ້ງທຳອິດໃນ ສປປ ລາວ

ຜົນສຳເລັດຄັ້ງຫຍິ່ງໃຫຍ່ສຳລັບງານ Laorealestate.la Expo ງານມະຫະກຳອະສັງຫາລິມະຊັບຄັ້ງທຳອິດໃນ ສປປ ລາວ

Published on

ຖືວ່າເປັນການປະສົບຜົນສຳເລັດຄັ້ງຫຍິ່ງໃຫຍ່ສຳລັບງານ Laorealestate.la Expo ທີ່ໄດ້ຈັດຂຶ້ນເປັນຄັ້ງທຳອິດ, ໂດຍມີນັກລົງທຶນຫຼາຍກວ່າ 3,000 ຄົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມງານ. ເຊິ່ງງານເອງແມ່ນໄດ້ຈັດຂຶ້ນທີ່ດອນຈັນໃນວັນທີ 1 ແລະ 2 ມີນາ ປີ 2019 ທີ່ຜ່ານມານີ້. ພາຍໃນທັງສອງວັນຂອງງານແມ່ນໄດ້ສ້າງລາຍໄດ້ຫຼາຍກວ່າ 10 ລ້ານໂດລ້າ ໂດຍອ້າງອີງຈາກການຂາຍ ແລະ ທາງການເງິນ. ງານແມ່ນຈັດຂຶ້ນໂດຍ Yula.la ເວັບໄຊທ໌ແຫຼ່ງຕະຫຼາດອອນລາຍຊັ້ນນຳຂອງລາວ ຮ່ວມກັບ ສຄອຊ, ພາຍໃນງານປະກອບມີ ນັກພັດທະນາດ້ານອະສັງຫາລິມະຊັບ, ທະນາຄານ ແລະ ທຸລະກິດທີ່ກ່ຽວຂ້ອງຫຼາຍກວ່າ 50 ບໍລິສັດເຂົ້າຮ່ວມສະແດງໃນງານ. ນອກນັ້ນ, ຍັງມີການຈັດສຳມະນາດ້ານອະສັງຫາທີ່ຈະມາແນະນຳດ້ານການລົງທຶນ ແລະ ອຸດສາຫະກຳທີ່ກ່ຽວຂ້ອງ. ຢ່າລືມຕິດຕາມໃຫ້ດີສຳລັບງານ Laorealestate.la Expo ໃນຄັ້ງຕໍ່ໄປທີ່ຈະຈັດຂຶ້ນໃນໄວໆນີ້.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...