spot_img
Homeຂ່າວທ້ອງຖິ່ນເຂັ້ມງວດກວດຂັນ ພຣະສົງ-ສາມະເນນ ໃນການນຳໃຊ້ເຕັກໂນໂລຊີ ອິນເຕີເນັດຕ່າງໆ

ເຂັ້ມງວດກວດຂັນ ພຣະສົງ-ສາມະເນນ ໃນການນຳໃຊ້ເຕັກໂນໂລຊີ ອິນເຕີເນັດຕ່າງໆ

Published on

ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ໄດ້ອອກໜັງສືແຈ້ງການ ສະບັບເລກທີ 217/ ຫກ.ອພສ, ລົງວັນທີ 23 ມີນາ 2019 ໃນການເຂັ້ມງວດກວດຂັນ ພຣະສົງ-ສາມະເນນ ໃນການນຳໃຊ້ເຕັກໂນໂລຊີ ອິນເຕີເນັດຕ່າງໆ.

ຫ້ອງການບໍລິຫານງານ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ຂໍນະມັດສະການແຈ້ງການມາຍັງພຣະອາຈານ ເຈົ້າຄະນະແຂວງ ແລະ ນະຄອນຫຼວງໃນຂອບເຂດທົ່ວປະເທດ ເພື່ອຊາບວ່າ ປັດຈຸບັນ ການນໍາໃຊ້ສື່ສານເຕັກໂນໂລຊີ ມີເດຍ, ອິນເຕີເນັດ, ເຟສບຸກ, ວັອສແອັບ ແລະ ສື່ອອນລາຍຕ່າງໆ ແມ່ນມີການນຳໃຊ້ຢ່າງກວ້າງຂວາງ ເຊິ່ງໃນການນຳໃຊ້ນັ້ນ ມີທັງຜົນດີ ແລະ ຜົນເສຍ, ສິ່ງທີ່ສົມຄວນ ແລະ ບໍ່ສົມຄວນ ສໍາຫຼັບພະສົງ-ສາມະເນນ ໃນສະມະນະສັນຍາ ແລະ ສະມະນະເພດ.

ດັ່ງນັ້ນ, ຈຶ່ງນະມັດສະການ ແຈ້ງການມາຍັງ ອາຈານ ເຈົ້າຄະນະແຂວງ, ນະຄອນຫຼວງ ໃນຂອບເຂດ ທົ່ວປະເທດ ໄດ້ຈັດຕັ້ງປະຕິບັດ ໂດຍເຂັ້ມງວດກວດຂັນ ກັບພະສົງ-ສາມະເນນທັງຫຼາຍ ໃຫ້ນໍາໃຊ້ຢ່າງມີສະຕິ ແລະ ເໝາະສົມ ແກ່ຄວາມເປັນສະມະນະຂອງຕົນ ຕາມທາງຄວນ ເຊິ່ງລາຍລະອຽດຕ່າງໆ ມີໃນກົດລະບຽບ ວ່າດ້ວຍການນໍາໃຊ້ອິນເຕີເນັດ, ສື່ສານອອນລາຍ ຂອງພຣະສົງ-ສາມະເນນ ສະບັບເລກທີ 06/ສພ 44 ລົງວັນທີ 06 ມີນາ 2017 ນັ້ນ ເຊິ່ງໄດ້ແຈ້ງການມາແລ້ວ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້ມັດ
ແຫຼ່ງຂໍ້ມູນ: ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...