spot_img
Homeຂ່າວທ້ອງຖິ່ນຜົນການວັດແທກຝຸ່ນລະອອງ PM 2.5 ຂອງນະຄອນຫຼວງວຽງຈັນ

ຜົນການວັດແທກຝຸ່ນລະອອງ PM 2.5 ຂອງນະຄອນຫຼວງວຽງຈັນ

Published on

ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະຖາບັນ ຄົ້ນຄ້ວາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ
ລາຍງານສະພາບ ຜົນການວັດແທກຝຸ່ນລະອອງ PM 2.5 ປະຈໍາ ວັນທີ 21/03/2019 ຈາກຂໍ້ມູນສະ​ຖາ​ນີ​ວັດ​ແທກຝຸ່ນລະອອງ PM 2.5 ຂອງສະຖາບັນ ຄົ້ນຄວ້າ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມທີ່ ກົມ​ອຸ​ຕຸນິ​ຍົມ​ ແລະ ອຸ​ທົກ​ກະ​ສາດ ໄດ້ຊີ້ໃຫ້ເຫັນວ່າຄ່າ​ຝຸ່ນ​ລະ​ອອງ PM-2.5, ໃນວັນທີ 20 ທີ່ຜ່ານມາມີຄ່າແມ່ນຫຼຸດລົງ ຄ່າທີ່ໄດ້ແມ່ນຕໍ່າກວ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ເຊິ່ງຄ່າທີ່ວັດແທກໄດ້ສະເລ່ຍແມ່ນ 48.1 µg/m, ສໍາຫຼັບ ໃນມື້ນີ້ເລີ້ມຕັ້ງແຕ່ 01:00 ໂມງເຊົ້າທີ່ຜ່ານມາ ຫາ 07:00 ໂມງເຊົ້າ ວັດແທກໄດ້ສະເລ່ຍແມ່ນ 56.2 µg/m.  ຄ່າຕໍ່າສຸດແມ່ນ ເວລາ 01:00 ໂມງເຊົ້າ ແມ່ນ 45.2 µg/m ແລະ  ຄ່າສູງສຸດແມ່ນ ເວລາ 07:00 ໂມງເຊົ້າ ແມ່ນ 77.3 µg/m. ການຈັດລະດັບຄຸນນະພາບອາກາດທີ່ມີຜົນກະທົບຕໍ່ສຸຂະພາບຕັ້ງແຕ່ເຊົ້າຂອງມື້ນີ້ສະເລ່ຍຖືວ່າຢູ່ໃນລະດັບດີປານກາງ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...