spot_img
Homeຂ່າວຕ່າງປະເທດຊາຍຈີນປະດິດ "ລົດຈັກບິນໄດ້" ສຳເລັດ

ຊາຍຈີນປະດິດ “ລົດຈັກບິນໄດ້” ສຳເລັດ

Published on

ສຳນັກຂ່າວ ຊິນຫົວນິວ ລາຍງານເມື່ອວັນທີ 18 ມີນາ 2019ວ່າ ທ້າວ ຈ້າວ ເຕີ໋ລີ່ ຊາຍຊາວຈີນຈາກເມືອງ ຕົງກວນ ມົນທົນກວາງຕຸງ ຂອງຈີນ ໄດ້ສ້າງ “ລົດຈັກບິນ” ສຳເລັດ.

ທ້າວ ຈ້າວ ໄວອາຍຸ 40 ປີ ໄດ້ລອງຜິດລອງຖືກຫຼາຍກວ່າ 1.500 ຄັ້ງ ຈົນສາມາດສ້າງສິ່ງປະດິດຄ້າຍ ໂດຣນ ທີ່ມີໄລຍະການບິນຕໍ່າ, ມີນ້ຳໜັກ 256 ກິໂລກຣາມ ແລະ ສູງຂຶ້ນຈາກພື້ນດິນ 3.000 ແມັດ ດ້ວຍຄວາມໄວສູງສຸດ 72 ກິໂລແມັດຕໍ່ຊົ່ວໂມງ.

ລາຍງານລະບຸວ່າ ລົດຈັກບິນໄດ້ຂອງທ້າວ ຈ້າວ ສາມາດບິນເຂົ້າສູ່ຈຸດເກີດເຫດຕ່າງໆໄດ້ຢ່າງວ່ອງໄວ ບິນກາງອາກາດ ແລະ ຈອດທີ່ພື້ນດິນ ຫຼື ຈະຂັບຄວບຄຸມການບິນໂດຍປາສະຈາກນັກບິນກໍ່ໄດ້.

https://www.facebook.com/XinhuaNewsAgency.th/videos/2281665285455985/?v=2281665285455985

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ສຳນັກຂ່າວ ຊິນຫົວນິວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...