spot_img
Homeຂ່າວທ້ອງຖິ່ນວິທີການຫຼີກທາງໃຫ້ລົດສຸກເສີນຢ່າງຖືກຕ້ອງ

ວິທີການຫຼີກທາງໃຫ້ລົດສຸກເສີນຢ່າງຖືກຕ້ອງ

Published on

ຫຼາຍຄັ້ງເມື່ອຂັບລົດຕາມຖະໜົນຫົນທາງ ເຮົາອາດພົບເຫັນລົດໂຮງໝໍ, ລົດກູ້ໄພ, ລົດດັບເພີງ, ລົດຈະລາຈອນເປີດທາງໃຫ້ຂະບວນການນຳພັກ-ລັດ ແລະ ແຂກຕ່າງປະເທດ ແລະ ລົດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ເຮົາມັກຈະໄດ້ຍິນສຽງສັນຍານ ຫຼື ການບີບແກ, ເປົ່າໝາກຫວີດ ເພື່ອຂໍທາງ ບາງເທື່ອມັນອາດເຮັດໃຫ້ຫຼາຍຄົນຕົກໃຈຈົນຂາດສະຕິ ແລະ ປະຕິບັດບໍ່ຖືກຕ້ອງ ດັ່ງນັ້ນ, ມື້ນີ້ລາວໂພສຈະມາແນະນຳ ວິທີການຫຼີກລົດສຸກເສີນຢ່າງຖືກຕ້ອງ ເຊິ່ງຄວນປະຕິບັດດັ່ງນີ້:

1. ເມື່ອເຫັນສັນຍານໄຟ ແລະ ໄດ້ຍິນສຽງສັນຍານແລ້ວກໍ່ຢ່າຕົກໃຈ ທ່ານຄວນມີສະຕິກ່ອນ.
2. ພະຍາຍາມເບິ່ງແວ່ນຫຼັງ ແລະ ທາງຂ້າງເພື່ອກະໄລຍະລົດທີ່ແລ່ນຮຽງຂ້າງ ຫຼື ຕາມຫຼັງເຮົາມາ.
3. ເມື່ອພິຈາລະນາວ່າປອດໄພແລ້ວໃຫ້ຂັບລົດຊິດແຄມທາງ (ຊິດເຂົ້າຂ້າງຂວາ) ເພື່ອຫຼີກທາງໃຫ້ລົດສຸກເສີນທັນທີ.
4. ກໍລະນີຕິດໄຟອຳນາດຢູ່ແລ້ວມີລົດສຸກເສີນມາທາງດ້ານຫຼັງເຮົາຕ້ອງເລືອກວ່າຈະຫຼີກໄປທາງໃດຈິ່ງຈະໃຫ້ລົດສຸກເສີນຜ່ານເຮົາໄປໄດ້ສະດວກ.
6. ເມື່ອລົດສຸກເສີນແລ່ນຜ່ານເຮົາຫ້າມແລ່ນລົດນຳໄປຮຽງຂ້າງ ຫຼື ເຮັດການແຊງລົດເດັດຂາດ.

 

 

 

 

 

 

 

 

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: smkinsurance.blogspot

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...