spot_img
Homeຂ່າວທ້ອງຖິ່ນແຈ້ງການ! ເຝົ້າລະວັງພະຍາດໝາກແດງໃຫຍ່ ໂດຍສະເພາະປະຊາຊົນເມືອງໄຊທານີ

ແຈ້ງການ! ເຝົ້າລະວັງພະຍາດໝາກແດງໃຫຍ່ ໂດຍສະເພາະປະຊາຊົນເມືອງໄຊທານີ

Published on

ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ໄດ້ອອກແຈ້ງການ ສະບັບເລກທີ: 193/ກຄພຕ, ລົງວັນທີ 05 ມີນາ 2019 ເຖິງພະແນກສາທາລະນະສຸກນະຄອນຫຼວງ ແລະ ແຂວງ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ ສະກັດກັ້ນພະຍາດໝາກແດງໃຫຍ່.

ເນື່ອງຈາກຫຼາຍປະເທດໃນພາກພື້ນ ແລະ ອາຊີຕາເວັນອອກມີການລະບາດຂອງພະຍາດດັ່ງກ່າວ ເຊິ່ງປັດໄຈພື້ນຖານຍ້ອນອັດຕາສັກຢາກັນພະຍາດໝາກແດງໃຫຍ່ຍັງຕ່ຳ; ປະເທດຟິລິບປິນມີລາຍງານພະຍາດໝາກແດງໃຫຍ່ຫຼາຍກວ່າ 12.000 ກໍລະນີ, ເສຍຊີວິດ 203 ກໍລະນີ; ປະເທດໄທລາຍງານການລະບາດຂອງພະຍາດໝາກແດງຢູ່ພາກໃຕ້ຂອງປະເທດ ພົບຫຼາຍກວ່າ 1.000 ກໍລະນີ, ເສຍຊີວິດ 12 ກໍລະນີ, ປະເທດຍີ່ປຸ່ນ ມີລາຍງານຄົນເຈັບພະຍາດໝາກແດງ ຫຼາຍ ກວ່າ 170 ກໍລະນີ ນອກນັ້ນຍັງພົບວ່າພະຍາດໝາກແດງໃຫຍ່ມີທ່າອ່ຽງເພີ່ມຂຶ້ນຢູ່ເມືອງໄຊທານີ, ນະຄອນຫຼວງວຽງຈັນ. 

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກແຈ້ງການມາຍັງພະແນກສາທາລະນະສຸກນະຄອນຫຼວງ ແລະ ແຂວງທົ່ວປະເທດ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ ລາຍງານໝວດອາການໄຂ້ ແລະ ອອກຕຸ່ມທຸກກໍລະນີຢ່າງໃກ້ຊິດ, ເພີ່ມທະວີເອົາໃຈໃສ່ຕິດຕາມເຝົ້າລະວັງ, ລາຍງານ ແລະ ຄົ້ນຫາ ກໍລະນີສົງໄສພະຍາດໝາກແດງໃຫຍ່ຢູ່ໂຮງໝໍເມືອງ ແລະ ໂຮງໝໍແຂວງ ພິເສດນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ບໍລິຄຳໄຊ, ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ພະແນກສຶກສາ ແລະ ກິລາແຂວງ, ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວໃຫ້ສຸຂະສຶກສາວິທີປ້ອງກັນ ແລະ ຕິດຕາມເຝົ້າລະວັງພະຍາດໝາກແດງໃຫຍ່ຢ່າງໃກ້ຊິດ; ເອົາໃຈໃສ່ເພີ່ມທະວີວຽກງານໂຄສະນາສຸຂະສຶກສາແກ່ປະຊາຊົນ ເນັ້ນໜັກການປ້ອງກັນການແຜ່ເຊື້ອພະຍາດເຊັ່ນ: ອັດປາກເວລາໄອ ຫຼື ຈາມ, ລ້າງມືໃສ່ສະບູທຸກຄັ້ງເມື່ອສຳພັດກັບຄົນເຈັບພະຍາດໝາກແດງ, ກິນອາຫານທີ່ປຸງແຕ່ງສຸກດີ; ເອົາໃຈໃສ່ກວດກາຄືນອັດຕາການໃຫ້ວັກຊີນກັນພະຍາດ, ສ້າງຂະບວນການໃຫ້ວັກຊີນກັນພະຍາດ ແລະ ແນະນຳໃຫ້ປະຊາຊົນໃຫ້ພາລູກຫຼານໄປຮັບວັກຊີນກັນພະຍາດໃຫ້ຄົບ.

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ແຈ້ງການ ກະຊວງສາທາລະນະສຸກ ກົມຄວບຄຸມພະຍາດຕິດຕໍ່

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...