spot_img
Homeຂ່າວພາຍ​ໃນແຄມເປນ ທ້າເກັບຂີ້ເຫຍື້ອ "Trashtag Challenge”

ແຄມເປນ ທ້າເກັບຂີ້ເຫຍື້ອ “Trashtag Challenge”

Published on

ກິດຈະກຳດີໆເຊັ່ນ ການທ້າເກັບຂີ້ເຫຍື້ອ “Trashtag Challenge”  ຕອນນີ້ກຳລັງໄດ້ຮັບຄວາມນິຍົມໄປທົ່ວໂລກ ແລະ ຢູ່ທີ່ປະເທດລາວເອງກໍ່ກຳລັງເປັນກະແສທີ່ໄດ້ຮັບຄວາມສົນໃຈ, ສຳລັບແຄມເປນດີໆແບບນີ້ມີຈຸດເລີ່ມຕົ້ນມາຈາກຜູ້ໃຊ້ Facebook ທີ່ຊື່ວ່າ Byron Román ໄດ້ໂພສທ້າຕໍ່ທຸກຄົນທົ່ວໂລກໃຫ້ເກັບຂີ້ເຫຍື້ອ ພ້ອມຖ່າຍຮູບສະຖານທີ່ກ່ອນເກັບ ແລະ ຫຼັງເກັບ ເຊິ່ງນີ້ເອງກໍ່ເປັນການຈຸດປະກາຍໄຟໃຫ້ຜູ້ຄົນມີແຮງບັນດານໃຈເຂົ້າຮ່ວມໃນແຄມເປນນີ້.

ແຕ່ຖ້າຍ້ອນກັບໄປເມື່ອປີ 2015 ແຮັສແທັກ ແລະ ຄວາມຄິດນີ້ໄດ້ເກີດຂຶ້ນໃນການປະກວດ 2015 contest called “The Trashtag Project” sponsored by UCO (ຫຼື Utility, Comfort, and Originality, an outdoor gear company) ເຊິ່ງຜູ້ທີ່ເຂົ້າຮ່ວມຕ້ອງໂພສຮູບຂອງຕົນເອງກັບຂີ້ເຫຍື້ອໃນສະຖານທີ່ຕ່າງໆບໍ່ວ່າຈະເປັນສະຖານທີ່ທ່ອງທ່ຽວໃນ Instagram #trashtag ແລະ ແທັກ @UCOTRASHTAGPROJECT  ເພື່ອລຸ້ນຮັບຂອງລາງວັນຈາກ UCO

ນີ້ເປັນຄວາມທ້າທາຍທີ່ມະຫັດສະຈັນ ປ່ຽນໂລກນີ້ໃຫ້ສະອາດ ແຄມເປນດີໆມີປະໂຫຍດແບບນີ້ບໍ່ຄວນພາດ! ເຮົາມາສ້າງບ້ານເມືອງໃຫ້ຈົບງາມດ້ວຍກັນ ແລະ ປາສະຈາກຂີ້ເຫຍື້ອໄປພ້ອມກັນ.

ດຣ. ບຸນເຮັງ ສຸດທິຈັກ ເປັນຄົນລາວຄົນທຳອິດທີ່ເລີ່ມກິດຈະກຳ ການທ້າເກັບຂີ້ເຫຍື້ອ

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: tetongravity

ຮູບພາບ: Byron Román, Laoyouth Radio, Bounheng Southichak 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...