spot_img
Homeຂ່າວທ້ອງຖິ່ນຍທຂ ສະເໜີງົບປະມານ 5 ຕື້ກວ່າກີບ ເພື່ອແກ້ໄຂບັນຫາຮ່ອງລະບາຍນໍ້າ

ຍທຂ ສະເໜີງົບປະມານ 5 ຕື້ກວ່າກີບ ເພື່ອແກ້ໄຂບັນຫາຮ່ອງລະບາຍນໍ້າ

Published on

ແຫຼ່ງຂ່າວພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ພະແນກ ຍທຂ ນະຄອນຫຼວງ ມີແຜນການອອກງົບປະມານໃນການແກ້ໄຂບັນຫາສະພາບນ້ຳຖ້ວມ, ນ້ຳລົ້ນໃນລະດູຝົນຢູ່ຫຼາຍຈຸດໃນທົ່ວນະຄອນຫຼວງ ປັດຈຸບັນຍັງລໍຖ້າແຕ່ການອະນຸມັດງົບປະມານຈາກຂັ້ນເທິງເທົ່ານັ້ນ ມີແຜນການຈັດຕັ້ງປະຕິບັດວຽກງານອະນາໄມລວງຄອງລະບາຍນ້ຳ ປະກອບມີ: ຮ່ອງສາຍແມ່, ຮ່ອງເບຕົງ 17 ຮ່ອງ, ຮ່ອງດິນທຳມະຊາດ ແລະ ຮ່ອງແຄມທາງ 29 ເສັ້ນທາງ ເຊິ່ງນອນໃນ 4 ເມືອງ ດ້ານງົບປະມານທີ່ພວກເຮົາຕ້ອງການໃສ່ໜ້າວຽກດັ່ງກ່າວປະມານ 5 ຕື້ກວ່າກີບ.

ທ່ານ ນາງ ວາດສະໜາ ອິນສີຊຽງໃໝ່ ຮອງຫົວໜ້າຂະແໜງຄຸ້ມຄອງຮ່ອງລະບາຍນ້ຳ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ( ຄບຕ ) ໃຫ້ສໍາພາດວ່າ: ກ່ຽວກັບບັນຫານ້ຳຖ້ວມອັ່ງເສັ້ນທາງເວລາຝົນຕົກໜັກໃນເຂດນະຄອນຫຼວງວຽງຈັນ ປັດຈຸບັນມີຈຸດສຸມເຝົ້າລະວັງຕະຫຼອດເວລາ ແລະ ແກ້ໄຂໃຫ້ທັນສະພາບການ ໂດຍສະເພາະແມ່ນບັນດາຮ່ອງແຄມທາງ 5 ຖະໜົນ ຄື:

1). ຖະໜົນຫຼວງພະບາງ ແຕ່ໄຟແດງສີໄຄ ຫາ ໜ້າໂຮງໝໍເມືອງສີໂຄດຕະບອງ.
2). ຖະໜົນສຸພານຸວົງ ( ແຕ່ຕະຫຼາດຊັ່ງຈຽງ ຫາ ວັດໄຕນ້ອຍ ).
3). ຖະໜົນກຳແພງເມືອງ ( ຈຸດໄຟແດງທາດຫຼວງ ແລະ ຈຸດໄຟແດງໂພນປ່າເປົ້າ ).
4). ຖະໜົນມິດຕະພາບ ລາວ – ໄທ ( ຈຸດຄ້ອຍຂ້າງໂຮງຮຽນການຊ່າງລາວ – ເຢຍລະມັນ ).
5). ຖະໜົນດົງປ່າລານ – ຂຸນບູລົມ ( ໄຟແດງກຳມະບານ ) ເຊິ່ງສາເຫດທີ່ພາໃຫ້ເກີດນ້ຳຖ້ວມອັ່ງ – ຂັງເວລາຝົນຕົກໜັກແມ່ນເກີດຂຶ້ນຈາກຫຼາຍສາເຫດອັນທີ່ຕົ້ນຕໍແມ່ນ: ເວລາຝົນຕົກໜັກຈະມີເສດໃບໄມ້, ຂີ້ເຫຍື້ອ, ຖົງຢາງມາອັດຮູນ້ຳເຮັດໃຫ້ນ້ຳອັ່ງໄຫຼຊ້າ ໂດຍອີງຕາມບ່ອນຄ້ອຍ ແລະ ບ່ອນຕ່ຳ.

ສຳລັບແຜນວຽກຄຸ້ມຄອງຮ່ອງລະບາຍນ້ຳ ປະຈຳປີ 2019 ທ່ານ ນາງ ວາດສະໜາ ໃຫ້ຮູ້ວ່າ: ພວກເຮົາໄດ້ມີການແບ່ງຄວາມຮັບຜິດຊອບໃຫ້ພະນັກງານວິຊາການ ເພື່ອຕິດຕາມກວດສະພາບລະບົບລະບາຍນ້ຳ ໂດຍປະຕິບັດຕາມພາລະບົດບາດຂອງ ຄບຕ ແລະ ໄດ້ມອບໃຫ້ຄະນະຮັບຜິດຊອບແຕ່ລະເມືອງ.

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...