Homeຂ່າວຕ່າງປະເທດເວເນຊູເອລາ ໄຟດັບທົ່ວປະເທດເກືອບຄົບອາທິດ! ກຸຍໂດປະກາດພາວະສຸກເສີນ

ເວເນຊູເອລາ ໄຟດັບທົ່ວປະເທດເກືອບຄົບອາທິດ! ກຸຍໂດປະກາດພາວະສຸກເສີນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກາຣາກັສ ປະເທດເວເນຊູເອລາ ເມື່ອວັນທີ 11 ມີນາ 2019 ວ່າ ສະມັດຊາແຫ່ງຊາດຂອງເວເນຊູເອລາ ເຊິ່ງມີຝ່າຍຄ້ານຖືສຽງຄ່ອຍຂ້າງຫຼາຍ ແລະ ມີທ່ານ ຮວນ ກຸຍໂດ ເປັນປະທານ ປະກາດໃຫ້ປະເທດຢູ່ພາຍໃຕ້ “ສະຖານະການສຸກເສີນ” ເມື່ອວັນຈັນທີ່ຜ່ານມາ ເນື່ອງຈາກພື້ນທີ່ສ່ວນໃຫຍ່ຍັງຕ້ອງປະເຊີນໜ້າກັບວິິກິດໄຟຟ້າດັບຕັ້ງແຕ່ວັນພະຫັດອາທິດທີ່ຜ່ານມາ ເຖິງແມ່ນວ່າກະແສໄຟຟ້າກັບຄືນມາແລ້ວໃນບາງເຂດຂອງນະຄອນຫຼວງກາຣາກັສ ແຕ່ຍັງບໍ່ທົ່ວເຖິງທຸກພື້ນທີ່.

ທັງນີ້ທ່ານ ຮວນ ກຸຍໂດ ປະທານສະມັດຊາແຫ່ງຊາດ ແລະ ຜູ້ນຳຝ່າຍຄ້ານຂອງເວເນຊູເອລາ ກ່າວວ່າເຂົາອາໃສອຳນາດໃນຖານະ “ຜູ້ຮັກສາການ” ປະກາດພາວະສຸກເສີນດັ່ງກ່າວເນື່ອງຈາກວິກິດການທີ່ທຸກ ຝ່າຍບໍ່ສາມາດຍອມຮັບໄດ້ອີກຕໍ່ໄປ ໂດຍມີລາຍງານຜູ້ເສຍຊີວິດຈາກວິກິດການຄັ້ງນີ້ແລ້ວ 17 ຄົນ ສ່ວນໃຫຍ່ເປັນຜູ້ປ່ວຍໃນໂຮງໝໍທີ່ໃຊ້ກະແສໄຟຟ້າສຳຮອງໝົດແລ້ວ, ອີກຢ່າງໜຶ່ງ ເຖິງແມ່ນວ່າລັດຖະທຳມະນູນຂອງເວເນຊູເອລາມອບອຳນາດໃຫ້ຜູ້ດຳລົງຕຳແໜ່ງປະທານາທິບໍດີສາມາດໃຊ້ອຳນາດນີ້ໄດ້ ແຕ່ໃນທາງປະຕິບັດກັບຍັງບໍ່ມີການລະບຸຢ່າງຊັດເຈນກ່ຽວກັບ “ຂອບເຂດ” ຂອງຄຳສັ່ງ.

ດ້ານປະທານາທິບໍດີ ນິໂຄຣັສ ມາດູໂຣ ຍັງບໍ່ໄດ້ມີການສະແດງທ່າທີໃດໆຢ່າງຊັດເຈນຕໍ່ການໃຊ້ອຳນາດຂອງ ກຸຍໂດໃນຄັ້ງນີ້ ແຕ່ສັ່ງຂະຫຍາຍເວລາປິດສະຖານທີ່ຣາຊະການ ແລະ ໂຮງຮຽນເພີ່ມອີກຢ່າງໜ້ອຍ 1 ມື້ ເນື່ອງຈາກກະແສໄຟຟ້າທີ່ບໍ່ພຽງພໍ ໃນຂະນະທີ່ບັນຍາກາດໃນນະຄອນຫຼວງກາຣາກັສຍັງຄົງມິດງຽບ ເນື່ອງຈາກບໍລິສັດ ແລະ ຫ້າງຮ້ານເກືອບທຸກແຫ່ງປິດໃຫ້ບໍລິການ ສ່ວນຮ້ານຄ້າທີ່ເປີດກໍ່ບໍ່ມີສິ່ງຂອງຈຳໜ່າຍພຽງພໍແກ່ຄວາມຕ້ອງການຂອງປະຊາຊົນ ແລະ ບໍ່ສາມາດຮັບການຊຳລະເງິນດ້ວຍບັດເຄຣດິດໄດ້.

 

 

 

 

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...