Homeຂ່າວທ້ອງຖິ່ນມອບຫຼຽນກາມິດຕະພາບ ໃຫ້ຜູ້ຕາງໜ້າອົງການອຸຍນິເຊບ (UNICEF) ປະຈຳ ສປປ ລາວ.

ມອບຫຼຽນກາມິດຕະພາບ ໃຫ້ຜູ້ຕາງໜ້າອົງການອຸຍນິເຊບ (UNICEF) ປະຈຳ ສປປ ລາວ.

Published on

​ໃນວັນທີ 11 ມີນາ 2019 ຢູ່ກະຊວງການຕ່າງປະເທດ ໄດ້ມີພິທີປະດັບຫຼຽນກາມິດຕະພາບ ໃຫ້ທ່ານ ມິໂອ-ຊິນ ຢູນ (Myo-Zin Nyunt), ຮອງຜູ້ຕາງໜ້າອົງການອຸຍນິເຊບ (UNICEF) ປະຈຳ ສປປ ລາວ, ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານຂອງຜູ້ກ່ຽວ ພາຍຫຼັງສິ້ນສຸດການປະຕິບັດໜ້າທີ່ຢູ່ ສປປ ລາວ.  ໂດຍຕາງໜ້າລັດຖະບານລາວ ປະດັບຫຼຽນກາມິດຕະພາບໃນຄັ້ງນີ້, ໂດຍທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີພະນັກງານຂັ້ນສູງຈາກບັນດາກະຊວງຂະແໜງການກ່ຽວຂ້ອງ, ຜູ້ຕາງໜ້າຫ້ອງການຜູ້ປະສານງານ ສປຊ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າອົງການອຸຍນິເຊບ ປະຈຳ ສປປ ລາວ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາຂອງທ່ານ ມິໂອ-ຊິນ ຢູນ, ທີ່ໄດ້ປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ດ້ານຕ່າງໆ ຂອງອົງການອຸຍນິເຊບ ເປັນຕົ້ນແມ່ນ ວຽກງານຊ່ວຍເຫຼືອແມ່ ແລະ ເດັກ ທາງດ້ານສາທາລະນະສຸກ ແລະ ໂພຊະນາການ ຢູ່ ສປປ ລາວ. ດັ່ງນັ້ນ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງຍ້ອງຍໍປະດັບຫຼຽນກາມິດຕະພາບ ເພື່ອເປັນການຈາລຶກຜົນງານ ການປະກອບສ່ວນໃນການສ້າງສາພັດທະນາ ຢູ່ ສປປ ລາວ ຂອງຜູ້ກ່ຽວ.

ພ້ອມດຽວກັນ, ທ່ານ ມິໂອ-ຊີນ ຢູນ ກໍໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຮ່ວມມື ແລະ ສະໜັບສະໜູນຂອງລັດຖະບານລາວ ຕະຫລອດໄລຍະການປະຕິບັດໜ້າທີ່ຂອງທ່ານ ໃນໄລຍະ 03 ປີ ທີ່ຜ່ານມາ, ພ້ອມທັງຢືນຢັນຈະສືບຕໍ່ຊຸກຍູ້ໃຫ້ມີການຊ່ວຍເຫຼືອ ແລະ ສະໜັບສະໜູນຮ່ວມມືຂອງອົງການ UNICEF ໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...