Homeຂ່າວຕ່າງປະເທດອິນເດຍຕິດອັນດັບໂລກ ປະເທດມົນລະພິດຫຼາຍທີ່ສຸດ ມີເຖິງ 22 ເມືອງ

ອິນເດຍຕິດອັນດັບໂລກ ປະເທດມົນລະພິດຫຼາຍທີ່ສຸດ ມີເຖິງ 22 ເມືອງ

Published on

ສຳນັກຂ່າວAFP ລາຍງານວ່າ ຄຸນນະພາບອາກາດໂລກ 2018 ເຊິ່ງເຮັດການສຳຫຼວດໂດຍອົງກອນກຣີນພີຊ ແລະ ໄອຄິວແອຣ໌ ແອຣ໌ວິຊໍ ໃຊ້ຂໍ້ມູນມົນລະພິດທາງອາກາດຈາກສະຖານີສັງເກດສະພາບອາກາດຂອງລັດ ແລະ ເອກະຊົນທົ່ວໂລກ ເພື່ອຈັດອັນດັບເມືອງຫຼາຍກວ່າ 3.000ເມືອງ ທົ່ວໂລກວ່າມີເມືອງໃດແດ່ທີ່ມີມົນລະພິດທາງອາກາດຫຼາຍທີ່ສຸດ.

ໂດຍເມືອງທີ່ຄອງຕຳແໜ່ງສະພາບອາກາດທີ່ຮ້າຍແຮງທີ່ສຸດຄືເມືອງ ຄຸຣຸດຄຣາມ ສ່ວນນະຄອນນິວເດລີ ຍັງເປັນເມືອງຫຼວງທີ່ມີມົນລະພິດທາງອາກາດຫຼາຍທີ່ສຸດໃນໂລກ ຖືກຈັດເປັນອັນດັບ 10.

ເມືອງທີ່ມີມົນລະພິດທາງອາກາດສູງທີ່ສຸດ 30 ອັນດັບທຳອິດ ເປັນເມືອງຂອງປະເທດອິນເດຍ ມີເຖິງ 22 ເມືອງ ທີ່ເຫຼືອເປັນເມືອງຂອງຈີນ, ປາກີດສະຖານ ແລະ ບັງກະລາເທດ ສ່ວນຄ່າສະເລ່ຍໃນລະດັບປະເທດ ປັດໄຈຈາກຈຳນວນປະຊາກອນທີ່ໜາແໜ້ນເຮັດໃຫ້ບັງກະລາເທດມີຄ່າສະເລ່ຍມົນລະພິດທາງອາກາດສູງທີ່ສຸດ ຮອງລົງມາຄືປະເທດປາກີດຖານ ແລະ ອິນເດຍ.

ລາຍງານນີ້ວັດຈາກອະນຸພາກຂະໜາດນ້ອຍກວ່າ 2.5 ໄມຄຣອນ (PM2.5) ຈາກ 3.000 ກວ່າເມືອງໃນລາຍຊື່ນີ້ມີເຖິງ 64% ທີ່ມີ PM2.5 ສູງເກີນແນວທາງແນະນຳຂອງອົງການອະນາໄມໂລກ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...