Homeຂ່າວທ້ອງຖິ່ນເປີດການນໍາໃຊ້ ໂຮງໝໍມິດຕະພາບ 150 ຕຽງຫຼັງໃໝ່ຢ່າງເປັນທາງການ ຂະຫຍາຍເປັນ 308 ຕຽງ

ເປີດການນໍາໃຊ້ ໂຮງໝໍມິດຕະພາບ 150 ຕຽງຫຼັງໃໝ່ຢ່າງເປັນທາງການ ຂະຫຍາຍເປັນ 308 ຕຽງ

Published on

ໃນວັນທີ 4 ມີນາ 2019 ທີ່ຜ່ານມາ ໄດ້ມີພິທີເປີດການນຳໃຊ້ໂຮງໝໍມິດຕະພາບຫຼັງໃໝ່-ພາກຂະຫຍາຍ (308ຕຽງ) ຢູ່ທີ່ໂຮງໝໍມິດຕະພາບ150 ຕຽງ ນະຄອນຫລວງວຽງຈັນ, ພາຍຫຼັງໄດ້ດຳເນີນການກໍ່ສ້າງມາແຕ່ເດືອນກໍລະກົດ 2015 ແລະ ສຳເລັດໃນວັນທີ 28 ຕຸລາ 2018. ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ, ຮອງນາຍົກລັກຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

ທ່ານ ສະໜອງ ທອງຊະນະ, ຜູ້ອຳນວຍການໂຮງໝໍມິດຕະພາບໄດ້ກ່າວລາຍງານຄວາມເປັນມາຂອງໂຄງການກໍ່ສ້າງໂຮງໝໍມິດຕະພາບຫຼັງໃໝ່ ພາກຂະຫຍາຍ (308 ຕຽງ) ຊາບວ່າ: ໂຮງໝໍແຫ່ງນີ້ເປັນໂຮງໝໍທີ່ ນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນການແພດທີ່ທັນສະໄໝຫຼ້າສຸດ ໃນນະຄອນຫຼວງວຽງຈັນ. ດຳເນີນການກໍ່ສ້າງ ໂດຍບໍລິສັດວາເມັດ (vamed) ຈາກປະເທດໂອຕຣິດ, ເປັນອາຄານຕຶກ 4 ຊັ້ນ ມີເນື້ອທີ່ທັງໝົດ 21.229 ຕາແມັດ. ໃນນັ້ນ ເນື້ອທີ່ການປຸກສ້າງ 17.660 ຕາແມັດ, ລວມມູນຄ່າການກໍ່ສ້າງ ແລະ ຕິດຕັ້ງເຄື່ອງຈັກ 112.880.000 ເອີໂຣ ໂດຍແມ່ນທຶນກູ້ຢືມດອກເບ້ຍຕໍ່າຈາກລັດຖະບານປະເທດໂອຕຣິດ.

ໂຄງການດັ່ງກ່າວແມ່ນດຳເນີນໃນຮູບແບບບໍລິສັດເປັນຜູ້ຮັບຜິດຊອບທັງໝົດໃນການອອກແບບກໍ່ສ້າງຕິດຕັ້ງລະບົບຕ່າງໆລວມທັງອຸປະກອນການແພດ ແລະ ເຄື່ອງກົນຈັກລະບົບສະໜັບສະໜູນການແພດຄົບຕາມມາດຕະຖານຝຶກອົບຮົມບຸກຄະລາກອນ ແລະ ຊ່ວຍເຫຼືອ ຝືກການບຳລຸງຮັກສາໃນໄລຍະ 24 ເດືອນ ຫຼັງຈາກການມອບຮັບ.

ອາຄານໂຮງໝໍເປັນໂຮງໝໍທົ່ວໄປ ປະກອບມີຕຶກນອນ, ກວດເຂດນອກ, ຫ້ອງຜ່າຕັດສູນ ລວມເສັ້ນເລືອດຫົວໃຈ, ສູນສ່ອງກະເພາະລຳໃສ້, ຜ່າຕັດຜົ້ງທ້ອງຜ່ານທໍ່, ພະແນກສຸກເສີນ ເຊິ່ງມີຕຽງຕິດຕາມອຸປະກອນເຊີດຊູທີ່ທັນສະໄໝຄົບຊຸດ ມີຫ້ອງຜ່າຕັດກຽມຕະຫຼອດເວລາ ແລະມີອາຄານຕຶກນອນພິເສດ.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: mahason

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...