spot_img
Homeຂ່າວທ້ອງຖິ່ນສາວ​ໜ້າ​ໃສ​ໄວ 19 ປີ ຄ້າ​ຂາຍ​ຢາ​ເສບ​ຕິດ ຕິດ​ຄຸກ 10 ປີ ປັບ​ໃໝ 100 ລ້ານ​ກີບ

ສາວ​ໜ້າ​ໃສ​ໄວ 19 ປີ ຄ້າ​ຂາຍ​ຢາ​ເສບ​ຕິດ ຕິດ​ຄຸກ 10 ປີ ປັບ​ໃໝ 100 ລ້ານ​ກີບ

Published on

ສານປະຊາຊົນແຂວງ ສະຫວັນນະເຂດ ປະກາດສັ່ງ ນາງ ສຸແພງພັນ ດວງເດດ ຫຼື ໝີ ທີ່ກໍາລັງເປັນສາວໄວອາຍຸ 19 ປີ ຢູ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຈໍາຄຸກ 10 ປີ ພ້ອມປັບໃໝເປັນເງິນ 100 ລ້ານກີບ ຫຼັງເຈົ້າໜ້າທີ່ຕໍາຫຼວດ ພົບວ່າມີການຮ່ວມຄ້າຂາຍຢາເສບຕິດ ປະເພດຢາບ້າ ນໍາໝູ່ຜູ້ຮ່ວມຂະບວນການ ເຊິ່ງຜູ້ກ່ຽວຖືກເຈົ້າໜ້າທີ່ຈັບ ແລະ ກັກຂັງແຕ່ວັນທີ 11 ທັນວາ 2017.

ໃນກາງເດືອນມັງກອນ ປີ 2019 ຜ່ານມາ, ສານປະຊາຊົນແຂວງ ສະຫວັນນະເຂດ ໄດ້ມີຄໍາພິພາກສາຊີ້ຂາດຢ່າງເປັນທາງການວ່າເປັນການກະທໍາຜິດຈິງທີ່ເປັນການຄ້າຂາຍສິ່ງເສບຕິດ ໂດຍສານໄດ້ສັ່ງຟ້ອງ ແລະ ຖະແຫຼງວ່າ: ມີຫມູ່ເພື່ອນຊາຍຜູ້ຮ່ວມຂະບວນການໄດ້ໂທລະສັບສັ່ງຊື້ຢາບ້າຈໍານວນ 1 ມັດ ໃນລາຄາ 39.000 ບາດ; ຈາກນັ້ນ, ນາງ ໝີ ໂທລະສັບຕິດຕໍ່ຫາໝູ່ເພື່ອນຕື່ມອີກ ໂດຍບອກວ່າໃຫ້ໝູ່ເພື່ອນຟ້າວເອົາຢາບ້າມາຂາຍໃຫ້ຢູ່ເຮືອນຈໍານວນ 01 ມັດ; ເວລາຕໍ່ມາບຸກຄົນທີ່ໂທຫານັ້ນກໍເອົາຢາບ້າມາໃຫ້ໂດຍມີລົດເກັງວີອ໋ອດ ສີຂາວ ໝາຍເລກທະບຽນ ກບ 6105 ກໍາແພງນະຄອນ ຈາກນັ້ນ, ນາງ ໝີ ເອົາຢາບ້າທີ່ໄດ້ຊື້ມາໄປຂາຍຕໍ່ໃຫ້ທ້າວ ພາສຸກ ຫລື ເປີ້ນ ທີ່ໄດ້ຂັບຂີ່ລົດຈັກຄຣິກໄອ ມາຊື້ຢານໍາ ຈໍານວນ 1 ມັດ. ເມື່ອໄດ້ຂາຍຢາບ້າເປັນທີ່ຮຽບຮ້ອຍແລ້ວ ບໍ່ພໍເທົ່າໃດຕົນເອງກໍ່ຖືກເຈົ້າໜ້າທີ່ຕໍາຫຼວດຈັບ ເຊິ່ງຮູ້ວ່າຜູ້ຮ່ວມຂະບວນການທີ່ຄ້າຂາຍຢາບ້າ 1 ມັດມີທ້າວພາສຸກ, ທ້າວສັນຕິສຸກ, ທ້າວສົມໄຊ, ທ້າວບົວແກ້ວ ເຊິ່ງໄດ້ຖືກຈັບຮ່ວມກັນ.

ຈາກບັນດາເອກະສານຫຼັກຖານຕ່າງໆ ໃນສໍານວນຄະດີ ພ້ອມທັງຜົນໄຕ່ສວນຢ່າງລະອຽດເຫັນວ່າ: ນາງ ສຸແພງພັນ ຫຼື ໝີ ເປັນຜູ້ກະທໍາຜິດຕໍ່ກົດໝາຍອາຍາໃນຂໍ້ຫາວ່າ: ຄ້າຂາຍຢາເສບຕິດ ປະເພດຢາບ້າ. ດ້ານໄອຍະການປະຊາຊົນແຂວງ ສະຫວັນນະເຂດ ມີຄໍາເຫັນວ່າ: ການກະທໍາຂອງນາງ ສຸແພງພັນ ເປັນການກະທໍາທີ່ແຕະຕ້ອງເຖິງຄວາມເສຍຫາຍຕໍ່ລະບົບເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ, ເປັນການເບື່ອເມົາຊາວໜຸ່ມເຍົາວະຊົນ ແລະ ເປັນການກະທໍາຜິດຕໍ່ກົດໝາຍອາຍາ ໃນຂໍ້ຫາຄ້າຂາຍຢາເສບຕິດປະເພດຢາບ້າ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 146 ຂໍ້2, ວັກ3 ແລະ ວັກ 4 ຂອງກົດໝາຍວ່າດ້ວຍການປັບປຸງມາດຕາ 146 ຂອງກົດໝາຍອາຍາສະບັບປັບປຸງປີ 2012.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...