Homeຂ່າວພາຍ​ໃນສາທາລາຍງານ ຍັງມີຫຼາຍຕົວຊີ້ວັດທີ່ບໍ່ບັນລຸຕາມເປົ້າໝາຍ

ສາທາລາຍງານ ຍັງມີຫຼາຍຕົວຊີ້ວັດທີ່ບໍ່ບັນລຸຕາມເປົ້າໝາຍ

Published on

ກະຊວງສາທາລະນະສຸກ ເປີດກອງ​ປະ​ຊູມ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ສາ­ທາ­ລະ­ນະ​ສຸກ​ປີ 2018 ແລະ ທິດ​ທາງ​ແຜນ­ການ​ປີ 2019 ໃນລະຫວ່າງ​ວັນ​ທີ 26-28 ກຸມ­ພາ 2019, ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ໂດຍການເປັນປະ­ທານ​ຂອງ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ, ມີ​ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ, ເຈົ້າ­ແຂວງ-ຮອງ​ເຈົ້າ­ແຂວງ, ອະ­ທິ­ການ​ບໍ­ດີ-ຄະ­ນະ­ບໍ­ດີ, ອຳ­ນວຍ​ການ​ໂຮງ­ໝໍ, ຫົວ­ໜ້າ​ພະ​ແນກ​ສາ​ທາ​ແຂວງ, ນະ­ຄອນ­ຫຼວງ ແລະ ພະ­ນັກ­ງານ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ພິທີດັ່ງກ່າວ, ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ກ່າວ​ວ່າ: ເພື່ອ​ຜັນ​ຂະ­ຫຍາຍ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ທີ່​ຖື​ເອົາ​ວຽກ​ງານ​ກັນ​ພະ­ຍາດ ແລະ ສົ່ງ­ເສີມ​ສຸ­ຂະ­ພາບ​ເປັນ​ວຽກ​ງານ​ສຳ­ຄັນ ໂດຍ​ເອົາ​ການ​ບໍ­ລິ­ການ​ປິ່ນ­ປົວ​ທີ່​ມີ​ຄຸນ​ນະ​ພາບ​ທົ່ວ​ເຖິງ ແລະ ເປັນ​ທຳ​ເປັນ​ວຽກ​ງານ​ຕົ້ນ­ຕໍຄື: ສູ້​ຊົນ​ປະ­ຕິ­ບັດ 10 ຕົວ​ຊີ້​ວັດ​ໃຫ້​ສາ­ມາດ​ບັນ­ລຸ​​ຕາມ​ຄາດ­ໝາຍ​ທີ່​ວາງ​ໄວ້. ການຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ສາ­ທາ­ລະ­ນະ​ສຸກ​ປີ 2018 ຕາມ 8 ແຜນ​ງານ, 42 ແຜນ​ງານ​ຍ່ອຍ ແລະ 97 ໂຄງ­ການ ຕາມ​ຂອບ​ຍຸດ​ທະ​ສາດ​ປະ­ຕິ​ຮູບ​ສາ​ທາ​ໄລ­ຍະ II ໂດຍ​ສຸມ​ໃສ່​ 5 ດ້ານ​ຄື: ດ້ານ​ຊັບ­ພະ­ຍາ­ກອນ​ມະນຸດ, ​ບໍ­ລິ­ການ​ຄຸ້ມ​ຄອງ, ​ການ​ເງິນ​ສາ​ທາ, ​ການ​ບໍ­ລິການ​ສາ​ທາ ແລະ ດ້ານ​ຂໍ້​ມູນ​ຂ່າວ­ສານ​ສາ​ທາ. ພ້ອມນັ້ນ, ໄດ້​ຮັບ­ຮອງ​ໃຫ້​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຈັດ​ຕັ້ງ​ປະ­ຕິ­ບັດ​ຫຼາຍ​ຕົວ​ຊີ້​ວັດໃຫ້​ມີ​ຄວາມ​ຄືບ​ໜ້າ​ເປັນ​ທີ່​​ພໍ­ໃຈ​.

ອີງຕາມຕົວ​ເລກ​ລາຍ​ງານ​ປົກ­ກະ­ຕິ​ຈາກ 18 ແຂວງ​ຈຳ­ນວນ​ການ​ຕາຍ​ຂອງ​ແມ່​ປີ 2017 ໄດ້​ຫຼຸດ​ລົງ 151 ຄົນ ແລະ ປີ 2018 ມີ​ພຽງ 129 ຄົນ; ການ​ຊົມ­ໃຊ້​ວິດ­ຖ່າຍ​ປີ 2012 ເພີ່ມ​ຂຶ້ນ​ຈາກ 56,9% ໃນປີ 2017 ມາ​ເປັນ 73,8% ຄາດ­ໝາຍ ປີ 2018 ແມ່ນ 73% ຖື​ວ່າ​ບັນ­ລຸ​ໄດ້; ການ​ປົກ​ຄຸມ​ການ​ປະ­ກັນ​ສຸ­ຂະ­ພາບ​ປີ 2017 ເພີ່ມ​ຂຶ້ນ 71% ໃນປີ 2018 ມາ​ເປັນ 75% ບັນ­ລຸ​ໄດ້.

ສ່ວນ​ຕົວ​ຊີ້​ວັດ​ທີ່​ຍັງ​ບໍ່​ທັນ​ສາ­ມາດ​ບັນ­ລຸ ປີ 2018 ອັດ­ຕາ​ເດັກ­ນ້ອຍ​ລຸ່ມ 5 ປີ ທີ່​ມີ​ນ້ຳ­ໜັກ​ຕ່ຳ​ກວ່າ​ມາດ­ຕະ­ຖານ​ຫຼຸດ​ລົງ​ຈາກ 27% ປີ 2012 ຍັງ​ເຫຼືອ 21,1% ປີ 2017 ຄາດ­ໝາຍ​ປີ 2018 ແມ່ນ 21% ເກືອບ​ບັນ­ລຸ ຕ້ອງ​ສືບ­ຕໍ່​ສູ້​ຊົນ; ການ​ເກີດ​ລູກ​ມີ​ແພດ​ຊ່ວຍ​ຫຼຸດ​ລົງ​ຈາກ 41,5% ປີ 2012 ມາ​ເປັນ 64,4% ປີ 2017 ຄາດ­ໝາຍ​ປີ 2018 ແມ່ນ 74%; ການ​ສັກ​ຢາ​ກັນ​ພະ­ຍາດ​ຂໍ້​ມູນ​ລາຍ​ງານ​ຈາກ DHIS2 ປີ 2017 DPT3 83% ຄາດ­ໝາຍ 2018 ແມ່ນ 90% ແຕ່​ການ​ລາຍ​ງານ​ໄດ້​ພຽງ​ແຕ່ 84%; ການ​ຊົມ­ໃຊ້​ນ້ຳ​ສະ­ອາດ​ເພີ່ມ​ຂຶ້ມ​ຈາກ 69,9% ປີ 2012 ມາ​ເປັນ 83,9% ປີ 2017 ຄາດ­ໝາຍ​ປີ 2018 ແມ່ນ 88% ຈຶ່ງ​ຖື​ວ່າ​ຍັງ​ບໍ່​ທັນ​ບັນ­ລຸ​ເທື່ອ.

 

 

 

 

 

 

 

 

 

 

 

 

 

 

ຂຽນໂດຍ: ໃບບົວ ຈັນທະລັງສີ

ຮູບພາບ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...