Homeຂ່າວຕ່າງປະເທດບິນ ເກດສ໌ ຄອງແຊັ້ມຮັ່ງມີທີ່ສຸດໃນອາເມຣິກາ ເປັນປີທີ 21 ໃນປີນີ້!

ບິນ ເກດສ໌ ຄອງແຊັ້ມຮັ່ງມີທີ່ສຸດໃນອາເມຣິກາ ເປັນປີທີ 21 ໃນປີນີ້!

Published on

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 1 ຕຸລານີ້ວ່າ ວາລະສານ ຟັອບສ໌ ໄດ້ຈັດອັນດັບສຸດຍອດ 400 ມະຫາ

ເສດຖີຊາວອາເມຣິກັນປະຈຳປີ 2014 ເມື່ອວັນທີ 29 ກັນຍາ 2014 ຜ່ານມານີ້ວ່າ ທ່ານ ບິນ ເກດສ໌ ຜູ້ຮ່ວມກໍ່ຕັ້ງ

ໄມໂຄຣຊອບ ເຊິ່ງເປັນບໍລິສັດພັດທະນາລະບົບຊອບແວຣ໌ລາຍໃຫຍ່ຂອງໂລກ ຍັງຄົງຄອງແຊັ້ມແຫ່ງຄວາມຮັ່ງ

ມີທີ່ສຸດເປັນປີທີ 21 ຕິດຕໍ່ກັນ ໂດຍມີມູນຄ່າຊັບສິນທັງໝົດ 81,000 ລ້ານໂດລາສະຫະລັດ ເພີ່ມຂຶ້ນຈາກປີກາຍ

9,000 ລ້ານໂດລາສະຫະລັດ.

 

ອັນດັບທີ 2 ຖັດຈາກທ່ານ ບິນ ເກດສ໌ ໄດ້ແກ່ທ່ານ ວໍເຣັນ ບັບເຟດ ນັກທຸລະກິດດ້ານການລົງທຶນ ເຈົ້າຂອງບໍລິ

ສັດ ເບຣິກໄຊຣ໌ ແຮັດທາເວ ອິນຊ໌ ໃນມູນຄ່າຊັບສິນທັງໝົດ 67,000 ລ້ານໂດລາສະຫະລັດ, ອັນດັບ 3 ຍັງຄົງເປັນ

ຂອງທ່ານ ລາຣີ ເອນລິສັນ ຜູ້ຮ່ວມກໍ່ຕັ້ງບໍລິສັດ ອໍຣາເຄິນ ຄອັບ ໃນມູນຄ່າຊັບສິນ 50,000 ລ້ານໂດລາສະຫະລັດ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...