spot_img
Homeຂ່າວຕ່າງປະເທດເກີດເຫດ! ຄົນຮ້າຍຈີ້ເຮືອບິນໂດຍສານບັງກະລາເທດ

ເກີດເຫດ! ຄົນຮ້າຍຈີ້ເຮືອບິນໂດຍສານບັງກະລາເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຈິດຕະກອງ ປະເທດ ບັງກະລາເທດ ເມື່ອວັນທີ່ 24 ກຸມພາ 2019 ວ່າ ພົນຕີ ໂມຕິເອິຣ ຣາໝານ ໂຄສົກກອງທັບບົກບັງກະລາເທດຖະແຫຼງວ່າ ໜ່ວຍຄອມມານໂດ ບຸກຂື້ນໄປເທິງເຮືອບິນໂດຍສານຂອງສາຍການບິນພິມາ ບັງກະລາເທດ ເມື່ອອາທິດທີ່ຜ່ານມາ ຫຼັງລົງຈອດທີ່ສະໜາມບິນເມືອງ ຈິດຕະກອງ ທາງຕະເວັນອອກສຽງໃຕ້ຂອງປະເທດ ແລະ ຍິງຕໍ່ສູ້ກັບຜູ້ຕ້ອງສົງໄສໂຈນສະລັດອາກາດ ເປັນຊາຍຊາວບັງກະລາເທດອາຍຸປະມານ 25 ປີ ສາມາດຊ່ວຍເຫຼືອຜູ້ໂດຍສານໄດ້ 134 ຄົນ ແລະ ຈຸບິນ 14 ຄົນຂອງຖ້ຽວບິນບີຈີ 147 ຈາກເສັ້ນທາງບິນລະຫວ່າງນະຄອນທາກາ ເມືອງຫຼວງຂອງບັງກະລາເທດ ແວ່ມາຮັບຜູ້ໂດຍສານເພີ່ມທີ່ເມືອງຈິດຕະກອງກ່ອນທີ່ຈະມຸ່ງໜ້າສູ່ຈຸດໝາຍປາຍທາງທີ່ດູໄບ ສະຫະລັດອາຣັບເອມິເຣດ ແຕ່ຖືກໂຈນສະລັດອາກາດຈີ້ເຮືອບິນລຳດັງກ່າວ.

ໂຄສົກກອງທັບບົກບັງກະລາເທດຖະແຫຼງຕໍ່ໄປວ່າ ສຳລັບໂຈນສະລັດອາກາດຜູ້ກໍ່ເຫດ ຮູ້ແຕ່ພຽງຊື່ວ່າ ມາຣາດີ ອາຍຸປະມານ 25-26 ປີ ໄດ້ຮັບບາດເຈັບຫຼັງຖືກຍິງ ແລະ ເສຍຊີວິດໃນເວລາຕໍ່ມາ. ຈາກການສອບຖາມໜ່ວຍຄອມມານໂດພົບວ່າໄດ້ສັ່ງໃຫ້ໂຈນສະລັດອາກາດຍອມມອບໂຕແຕ່ໂດຍດີ ແຕ່ເຂົາປະຕິເສດ ແລະ ສະແດງທ່າທີຮຸນແຮງຈື່ງຖືກຍິງ ເຈົ້າໜ້າທີ່ພົບອາວຸດປືນ 1 ກະບອກໃນໂຕຄົນຮ້າຍແຕ່ບໍ່ພົບຢ່າງອື່ນ. ກຳລັງທະຫານບົກ ທະຫານເຮືອ ແລະ ຕຳຫຼວດໄດ້ປິດລ້ອມສະຫນາມບິນເອົາໄວ້ຫຼັງຮູ້ວ່າມີການຈີ້ເຮືອບິນໂດຍສານມາລົງທີ່ສະຫນາມບິນເມືອງຈິດຕະກອງ ເຊິ່ງເຮືອບິນຖືກຈີ້ຫຼັງຂື້ນບິນໄດ້ພຽງ 10 ນາທີຈາກສະຫນາມບິນນະຄອນທາກາ ໂດຍຄົນຮ້າຍໃຊ້ອາວຸດປືນຍິງໄປສອງລູກ ທັງນີ້ຈາກການເປີດເຜີຍຂອງຜູ້ໂດຍສານຄົນໜຶ່ງ.

ສ່ວນຈຸບິນຄົນຫນື່ງເທີງເຮືອບິນບອກອີກວ່າ ຄົນຮ້າຍອ້າງວ່າມີອາວຸດປືນ ແຕ່ບໍ່ແນ່ໃຈວ່າເປັນປືນແທ້ ຫຼື ປອມ ແລ້ວຍັງອ້າງອີກວ່າມີລະເບີດ ຂູ່ວ່າຫາກບໍ່ເປີດປະຕູຫ້ອງນັກບິນ ກໍ່ຈະຈູດລະເບີດພັງເຂົ້າໄປແລ້ວຍັງຈັບພະນັກງານຕ້ອນຮັບເທີງເຮືອບິນຄົນຫນື່ງໄວ້ເປັນໂຕປະກັນຂະນະເຈລະຈາຕໍ່ລອງ. ປະຕິບັດການຈູ່ໂຈມເພື່ອຊ່ວຍເຫຼືອຜູ້ປະກັນທີ່ຖືກໂຈນສະລັດອາກາດຈີ້ເທິງເຮືອບິນ ກິນເວລາບໍ່ເຖິງ 10 ນາທີກໍ່ສຳເລັດພາຍຫຼັງກວດຄົ້ນ ແລະ ກວດສອບເຮືອບິນໂດຍລະອຽດ ພົບວ່າປອດໄພແລ້ວຈື່ງອະນຸຍາດໃຫ້ບິນຂື້ນໄດ້ອີກຄັ້ງ.

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ
ແຫຼ່ງຂໍ້ມູນຈາກ: dailynews.co.th

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...