spot_img
Homeຂ່າວທ້ອງຖິ່ນຂ່າວດີ! 2 ມີນານີ້ ກວດພະຍາດໝາກໄຂ່ຫຼັງຟຣີ ທີ່ໂຮງໝໍ 150 ຕຽງ

ຂ່າວດີ! 2 ມີນານີ້ ກວດພະຍາດໝາກໄຂ່ຫຼັງຟຣີ ທີ່ໂຮງໝໍ 150 ຕຽງ

Published on

ເຊີນເດິພີ່ນ້ອງກວດຟຣີ! ໃນວັນທີ 2 ມີນາ 2019 ທີ່ໂຮງໝໍມິຕະພາບ 150 ຕຽງ (ທີ່ຕຶກຫຼັງຄາສີແດງ) ຈະເປີດບໍລິການກວດ ແລະ ໃຫ້ຄໍາປຶກສາກ່ຽວກັບພະຍາດໝາກໄຂ່ຫຼັງ ຈາກທ່ານໝໍຊ່ຽວຊານສະເພາະດ້ານໄຂ່ຫຼັງ. ພ້ອມນັ້ນ, ຍັງມີການບໍລິການວັດແທກຄວາມດັນເລືອດ, ນໍ້າໜັກ, ລວງສູງ, ກວດທາດນໍ້າຕານໃນເລືອດ, ກວດປັດສະວະ ເພື່ອຊອກຫາພະຍາດໝາກໄຂ່ຫຼັງພ້ອມທັງໃັຫ້ຄໍາປຶກສາກ່ຽວກັບພະຍາດໝາກໄຂ່ຫຼັງ ໂດຍທ່ານໝໍຊ່ຽວຊານໄຂ່ຫຼັງ ເຊິ່ງການບໍລິການທັງໝົດຈະບໍ່ເສຍຄ່າໃຊ້ຈ່າຍໃດໆເລີຍ, ທ່ານສາມາດຕິດຕໍ່ຂໍ້ມູນເພີ່ມຕື່ມໄດ້ທີ່ເບີ: 020 22226352.

ໄຂ່ຫຼັງເປັນອະໄວຍະວະສໍາຄັນສ່ວນໜຶ່ງຂອງລະບົບທາງເດີນປັດສະວະ ເຊິ່ງປະກອບດ້ວຍໝາກໄຂ່ຫຼັງ, ທໍ່ໄຂ່ຫຼັງ, ກະເພາະປັດສະຫວະ, ທໍ່ປັດສະວະ. ນອກນັ້ນ, ຍັງເປັນສ່ວນສໍາຄັນຂອງຮ່າງກາຍ ເຊິ່ງຕ່າງກໍ່ເຮັດໜ້າທີ່ສະເພາະສ່ວນ ແຕ່ມີການປະສານງານເປັນລະບົບໄດ້ເປັນຢ່າງດີ ເຮັດໃຫ້ຮ່າງກາຍຂອງຄົນເຮົາເປັນປົກກະຕິ ຖ້າອະໄວຍະວະສ່ວນໃດໜຶ່ງຂອງຮ່າງກາຍບໍ່ໃຊ້ງານ ຫຼື ຖືກທໍາລາຍຈະມີຜົນກະທົບຕໍ່ການເຮັດວຽກຂອງອະໄວຍະວະສ່ວນນັ້ນ. ດັ່ງນັ້ນ, ເຮົາຄວນເອົາໃຈໃສ່ດູແລ ແລະ ຮັກສາມັນເປັນຢ່າງດີ ເພື່ອສຸຂະພາບທີ່ແຂງແຮງ.

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: laoedaily.com.la

ຮູບພາບຈາກ: matichon.co.th

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...