spot_img
Homeຂ່າວທ້ອງຖິ່ນຈັບ 2 ຜູ້ຕ້ອງຫາກະທຳອະນາຈານ ແລະ ລັກລົດຈັກ

ຈັບ 2 ຜູ້ຕ້ອງຫາກະທຳອະນາຈານ ແລະ ລັກລົດຈັກ

Published on

ເຈົ້າໜ້າທີ່ສືບສວນ-ສອບສວນແຂວງຈຳປາສັກຈັບ 2 ຜູ້ຕ້ອງຫາທ່ີກະທຳອະນາຈານຕໍ່ເດັກ ແລະ ລັກລົດຈັກ ໂດຍເປັນການກະທຳຜິດທີ່ບໍ່ເຂັດຫຼາບ ມາດຳເນີນຄະດີຕາມລະບຽບກົດໝາຍ.
ທ່ານ ຮ້ອຍເອກ ຄຳໄມ ດວນມະນີ ເຈົ້າໜ້າທີ່ສືບສວນ-ສອບສວນ ປກສ ແຂວງຈຳປາສັກເປີດເຜີຍວ່າ:ໃນວັນທີ 24 ມິຖຸນາ 2014 ຜ່ານມາ ທ້າວ ສອນໄຊ ສາຍຕີ ອາຍຸ 28 ປີ,ອາຊີບກຳມະກອນ,ຢູ່ບ້ານຫ້ວຍເພັກ ເມືອງໂພນທອງ ແຂວງຈຳປາສັກ ໄດ້ໄປກະທຳຜິດຕໍ່ເດັກນ້ອຍຜູ້ຊາຍອາຍຸ 11 ປີ ຢູ່ບ້ານດຽວກັນ ໂດຍໃຊ້ມີດຈີ້ຄໍບັງຄັບເດັກນ້ອຍດັ່ງກ່າວ ເຂົ້າໄປທຳອະນາຈານໃນຫ້ອງນ້ຳເວລາເດັກຍ່າງກັບເມືອເຮືອນ, ຫຼັງຈາກນັ້ນໃນວັນທີ 26 ມິຖຸນາ 2014 ເຈົ້າໜ້າທີ່ຈຶ່ງກັກຕົວທ້າວ ສອນໄຊ ມາດຳເນີນຄະດີຕາມກົດໝາຍ,ເຊິ່ງຜູ້ຕ້ອງຫາແມ່ນເຄີຍທຳອະນາຈານມາແລ້ວ 1 ຄັ້ງ ໃນປີ 2012 ແລະ ຂົ່ມຂືນທຳສຳເລົາ 2 ຄັ້ງໃນປີ 2000 ແລະ ປີ 2008 ຖືວ່າເປັນການກະທຳຜິດທີ່ບໍ່ເຂັດຫຼາບ.
ສ່ວນອີກຄະດີທີ່ສ້າງຄວາມວຸ້ນວາຍຕໍ່ສັງຄົມ ທ່ີເຈົ້າໜ້າທ່ີກັກຕົວໄດ້ແມ່ນຄະດີລັກລົດຈັກ ຊຶ່ງ ທ່ານ ຮ້ອຍເອກ ສົມສີ ພັນທະວົງ ເຈົ້າໜ້າທີ່ສືບສວນ-ສອບສວນແຂວງຈຳປາສັກໃຫ້ຮູ້ວ່າ: ທ້າວ ຫັດສະດີ ອາຍຸ 17 ປີ,ສັນຊາດລາວ ເປັນຄົນຫວ່າງງານ,ອາໄສຢູ່ບ້ານ ສະໜາມໄຊ ເມືອງປາກເຊ, ໄດ້ສາລະພາບວ່າ: ຕົນເອງໄດ້ເຄື່ອນໄຫວລັກລົດຈັກທັງໝົດ 3 ຄັ້ງ, ຊຶ່ງຄັ້ງທຳອິດແມ່ນໃນເດືອນ ມີນາ 2013 ໄດ້ໄປລັກລົດຈັກເວັບໄອ ຢູ່ບ້ານສວນສະຫວັນ,ຄັ້ງທີສອງໃນເດືອນທັນວາ ປີດຽວກັນ ໄດ້ໄປລັກລົດຈັກສະແມັດສີແດງດຳ ຢູ່ບ້ານ ພັດທະນາຫຼັກ 7 ຮ່ວມກັບທ້າວ ຕານ້ອຍ ທັງສອງຄັ້ງ ,ສ່ວນຄັ້ງທີສາມໃນເດືອນ ກຸມພາ 2014 ໄດ້ອອກຫາລັກລົດຈັກຄົນດຽວຢູ່ບ້ານຫ້ວຍຍາງຄຳ ຫຼັງຈາກລັກແລ້ວກໍ່ນຳເອົາໄປເລາະຂາຍຢູ່ບ້ານຫຼັກ 28 ເມືອງປະທຸມພອນ ແຕ່ຖືກເຈົ້າໜ້າທີ່ກັກຕົວມາໄດ້ ແລະ ລົດຈັກແມ່ນສົ່ງຄືນເຈົ້າຂອງເດີມ, ສ່ວນສອງຄັນທ່ີລັກກ່ອນໜ້ານັ້ນແມ່ນສູນຫາຍ. ສຳລັບ ທ້າວ ຕານ້ອຍ ຜູ້ສົມຮູ້ຮ່ວມຄິດ ໄດ້ເອົາຕົວຫຼົບໜີປັດຈຸບັນເຈົ້າໜ້າທີ່ຍັງຊອກຫາຕົວຜູ້ກ່ຽວ.
ປັດຈຸບັນທັງສອງຄະດີນັ້ນທາງເຈົ້າໜ້າທີ່ສືບສວນ-ສອບສວນແຂວງຈຳປາສັກໄດ້ສົ່ງໄປອົງການໄອຍະການປະຊາຊົນແຂວງຈຳປາສັກ ເພື່ອຄົ້ນຄ້ວາພິຈາລະນາ ແລະ ປະຕິບັດຕາມຂັ້ນຕອນກົດໝາຍແລ້ວ.
(ຂ່າວ-ພາບ:ຄຳຫຼ້າ ໜັງສືພິມຈຳປາໃໝ່)

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...