Homeຂ່າວຕ່າງປະເທດສະຫະລັດພົບຜູ້ຕິດເຊື້ອອີໂບລາໃນປະເທດລາຍທຳອິດ!

ສະຫະລັດພົບຜູ້ຕິດເຊື້ອອີໂບລາໃນປະເທດລາຍທຳອິດ!

Published on

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 1 ຕຸລານີ້ວ່າ ສູນຄວບຄຸມ ແລະ ປ້ອງກັນໂລກ (CDC) ຂອງສະຫະລັດ

ອາເມຣິກາປະກາດວ່າ ຄົນເຈັບຊາຍລາຍໜຶ່ງຂອງໂຮງໝໍເທັກຊັສ ເຮລທ໌ ເພຣສໄບເທີຣຽນ ໃນເມືອງດັນລັສ

ລັດເທັກຊັສ ໄດ້ຮັບການບົ່ງມະຕິວ່າຕິດເຊື້ອອີໂບລາ ເຊິ່ງກຳລັງລະບາດຢ່າງໜັກໃນຫລາຍປະເທດແຖບອາຟຣິ

ກາຕາເວັນຕົກ ໂດຍຄົນເຈັບລາຍນີ້ ຖືເປັນບຸກຄົນລາຍທຳອິດໃນປະເທດ ທີ່ຖືກກວດພົບວ່າຕິດເຊື້ອອີໂບລາ

ໂດຍທີ່ຜ່ານມາມີຊາວອາເມຣິກັນຕິດເຊື້ອອີໂບລາຫລາຍຄົນ ແຕ່ທັງໝົດແມ່ນລ້ວນຕິດມາຈາກປະເທດໃນພື້ນ

ທີ່ລະບາດໃນແຖບອາຟຣິກາຕາເວັນຕົກ ກ່ອນທີ່ຈະຖືກນຳໂຕສົ່ງມາຮັກສາຢູ່ສະຫະລັດ.

 

ດຣ. ທອມ ຟຣີເດນ ຜູ້ອຳນວຍການຂອງສູນຄວບຄຸມ ແລະ ປ້ອງກັນໂລກ ຂອງສະຫະລັດອາເມຣິກາກ່າວວ່າ ຄົນ

ເຈັບລາຍນີ້ຕິດເຊື້ອມາຈາກອາຟຣິກາຕາເວັນຕົກ ແຕ່ບໍ່ແນ່ໃຈວ່າຕິດເຊື້ອມາໄດ້ແນວໃດ ເນື່ອງຈາກເຂົາບໍ່ມີ

ສ່ວນກ່ຽວຂ້ອງກັບເຈົ້າໜ້າທີ່ຄວບຄຸມພະຍາດອີໂບລາໃນອາຟຣິກາຕາເວັນຕົກ ໂດຍເຂົາເດີນທາງອອກຈາກໄລ

ບີເຣຍໃນວັນທີ 19 ກັນຍາ 2014 ເຖິງສະຫະລັດອາເມຣິກາໃນວັນທີ 20 ກັນຍາ 2014 ກ່ອນທີ່ຈະເລີ່ມສະແດງອາ

ການຂອງພະຍາດ ໃນວັນທີ 24 ກັນຍາ ແລ້ວ ເຂົ້າປິ່ນປົວຄັ້ງທຳອິດໃນວັນທີ 26 ກັນຍາ 2014 ຜ່ານມານີ້.

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...