spot_img
Homeຂ່າວທ້ອງຖິ່ນກອຢ ແຈ້ງຫ້າມຈໍາໜ່າຍ-ບໍລິໂພກອາຫານເສີມ 133 ລາຍການ

ກອຢ ແຈ້ງຫ້າມຈໍາໜ່າຍ-ບໍລິໂພກອາຫານເສີມ 133 ລາຍການ

Published on

ກົມອາຫານ ແລະ ຢາ (ກອຢ), ກະຊວງສາທາລະນະສຸກ ແຈ້ງທຸກພາກສ່ວນທົ່ວປະເທດ ຫ້າມບໍລິໂພກ ແລະ ຈໍາໜ່າຍຜະລິດຕະພັນອາຫານເສີມຜິດກົດໝາຍຈໍານວນ 133 ລາຍການ ໃນນັ້ນ, ລວມມີ ອາຫານເສີມທີ່ອ້າງຊ່ວຍຫຼຸດນໍ້າໜັກ 86 ລາຍການ, ເສີມສະມັດຕະພາບທາງເພດ ແລະ ໜ້າເອີກ 21, ຜີວຂາວນຽນ 26 ລາຍການ. ຈາກການກວດຜະລິດຕະພັນດັ່ງກ່າວ, ໄດ້ພົບເຫັນສານທີ່ຫ້າມໃສ່ໃນອາຫານ ເຊັ່ນ: Sibutramine, Sildenafil, Hormone… ນອກນັ້ນ, ຍັງມີການໂຄສະນາທີ່ເກີນຄວາມຈິງ ເຊິ່ງເຮັດໃຫ້ເປັນອັນຕະລາຍຕໍ່ສຸຂະພາບ.

ບັນດາລາຍການຜະລິດຕະພັນທີ່ ກອຢ ໄດ້ແຈ້ງທົ່ວປະເທດຫ້າມບໍລິໂພກ ແລະ ຈໍາໜ່າຍ 133 ລາຍການມີດັ່ງນີ້:

 

ຂະນະດຽວກັນ ພະແນກສາທາລະນະສຸກ ແຂວງ ຫົວພັນ ກໍໄດ້ສານຕໍ່ແຈ້ງການຈາກກະຊວງ ໂດຍແຈ້ງໃຫ້ແຂວງຂອງຕົນຮັບຊາບກ່ຽວກັບການຫ້າມບໍລິໂພກ ແລະ ຈໍາໜ່າຍຜິລິດຕະພັນຜິດກົດໝາຍ 133 ລາຍການ ເຊັ່ນກັນ.

 

 

 

 

 

 

 

 

 

ຮຽບຮຽງໂດຍດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ກົມອາຫານ ແລະ ຢາ, ພະແນກສາທາລະນະສຸກ ແຂວງຫົວພັນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...