Homeຄວາມງາມ12 ວິທີ ຢຸດຄວາມເຖົ້າພຽງແຕ່ອາຍຸ 30 ດ້ວຍການຮັກສາລິ້ນ (emaginfo)

12 ວິທີ ຢຸດຄວາມເຖົ້າພຽງແຕ່ອາຍຸ 30 ດ້ວຍການຮັກສາລິ້ນ (emaginfo)

Published on

26_20131029120447.

ການ​ກຽມ​ໂຕ​ເພື່ອ​ເຂົ້າ​ສູ່​ຄວາມເຖົ້າ​ຕັ້ງ​ແຕ່​ຕອນ​ທີ່​ຍັງ​ຢູ່ໃນ​ໄວ​ກາງ​ຄົນເປັນ​ສິ່ງ​ທີ່​ເວົ້າ​ກັນ​ຫລາຍ​ຂຶ້ນ​ໃນ​ໂລກ​ຍຸກ​ປະຈຸບັນເພາະ​ຄົນ​ໃນ​ຍຸກ​ຕໍ່ໄປ ບໍ່​ວ່າ​ຈະ​ອາ​ຍຸ​ເທົ່າ​ໃດ​​ກໍ​ຕ້ອງ​ປະເຊີນ​ກັບ​ການ​ບີບ​ຮັດຂອງ​ສັງຄົມ​ຫລາຍ​ຂຶ້ນແລະ​ການ​ຈະ​ກຽມ​ຕົນ​ເອງ​ໃຫ້​ພ້ອມ​ສຳລັບ​ກ້າວ​ສູ່​ໂລກ​ແບບ​ນັ້ນ​ກໍ​ເປັນ​ສິ່ງ​ທີ່​ຕ້ອງ​ວາງ​ແຜນ​ແຕ່​ດົນໆ

ທັງ​ນີ້​ເພາະ​ການ​ຕິດ​ອາຫານ​ລົດ​ເຂັ້ມຂຸ້ນບໍ່​ວ່າ​ຈະ​ຫວານ​ຫລາຍເຄັມ​ຫລາຍຫລື ​ເຜັດ​ຫລາຍມີ​ສ່ວນ​ໃຫ້​ເຖົ້າ​ກ່ອນ​ໄວ​ອັນ​ຄວນ​ໄດ້​ທັງ​ນັ້ນ  ເຮົາ​ແນະ​ນຳ​ວ່າ​ໃຫ້ Reset ລິ້ນ

ເຄັດ​ລັບReset ລິ້ນ​ສຳລັບ​ຄົນ​ກິນ​ລົດ​ເຂັ້ມຂຸ້ນ

1. ອອກ​ຫ່າງ​ຈາກ​ອາຫານ​ທີ່ມີລົດຊາດທີ່ເຂັ້ມຂຸ້ນແລະ ​ອະນຸຍາດ​ໃຫ້​ອາຫານ​ຈືດ​ຜ່ານ​ສູ່​ລິ້ນ​ເທົ່າ​ນັ້ນ

2. ວາງ​ເປົ້າ​ໝາຍ​ທີ່​ຊັດເຈນ​ວ່າ ຖ້າ​ຢາກ​ມີ​ສຸຂະພາບ​ແຂງ​ແຮງ​ຢູ່​ໄປ​ດົນ​ໆຕ້ອງ​ກິນ​ອາຫານ​ທີ່​ມີ​ປະໂຫຍດ​ຕໍ່​ຮ່າງກາຍ​ເທົ່າ​ນັ້ນ

3. ງົດ​ອາຫານ​ແປ​ຮູບ​ທັງ​ຫລາຍຢ່າງ​ເຊັ່ນ  ອາຫານ​ກະ​ປ໋ອງໝູ​ຝອຍໝີ່​ເຄິ່ງ​ສຳ​ເລັດ​ຮູບ  ໄສ້​ກອກແໜມປາ​ເຄັມໄຂ່​ເຄັມເປັນ​ຕົ້ນເພາະ​ອາຫານ​ເຫລົ່າ​ນີ້ ​ລ້ວນ​ມີ​ນ້ຳ​ຕານ​ ແລະ ​ໂຊ​ດຽມ ​ໃນ​ປະລິມານ​ທີ່​ສູງ​ຫລາຍ​ຕ້ອງຫລີກ​ລ້ຽງ​ໃຫ້​ໄກແຕ່​ຫາກ​ຈຳ​ເປັນ​ຕ້ອງ​ກິນ​ກໍ​ກິນ​ໃຫ້​ໜ້ອຍ​

4. ຊາ​ລາ​ເປົາ ເຂົ້າໜົມ​ຫວານ ເຂົ້າໜົມ​ປັງ ເບ​ເກີ​ຣີ ​ໜ້າ​ຕາ​ດີ​ທັງ​ຫລາຍ ຢຸດ​ໄດ້​ຄວນ​ຢຸດ ຈະ​ຊ່ວຍ​ໃຫ້​ ຮູບຮ່າງດີສຸຂະພາບ​ດີ ໜ້າ​ຕາ​ອ່ອນ​ເຍົາ​ຂຶ້ນ​ກວ່າ​ທີ່​ເປັນ​ຢູ່

5. ພະຍາຍາມ​ເຮັດ​ອາຫານ​ການ​ກິນ​ເອງ​ຢູ່ເຮືອນ ເພາະ​ສາມາດ​ຄວບ​ຄຸມ​ຄຸນນະພາບ​ ແລະ ​ລົດ​ຊາດ​ອາຫານ​ໃຫ້​ຈືດ​ກົງ​ກັບ​ທີ່​ເຮົາ​ຕ້ອງ​ການ​ໄດ້

6. ຫລຸດ​ເຄື່ອງ​ປຸງ​ທຸກ​ຊະນິດ​ເຄິ່ງ​ໜຶ່ງ ໃນ​ການ​ປຸງ​ອາຫານ ຕັ້ງ​ແຕ່​ນ້ຳ​ມັນ ນ້ຳ​ປາ ກະ​ປິ ປາ​ແດກ ເຕົ້າ​ຈ້ຽວ  ຊອດ ນ້ຳ​ຕານ ເຊິ່ງ​ເມື່ອ ​ເລິ້ງ​ກັບ​ລົດ​ຊາດ​ທີ່​ຫລຸດລົງ​ມາ​ແລ້ວ ກໍ​ໃຫ້ຫ​ລຸດລົງ​ອີກ​ເຄິ່ງ​ໜຶ່ງ

7. ໃຊ້​ເຄື່ອງ​ປຸງລົດຈາກ​ທຳມະຊາດ ຕາມ​ແບບ​ສະບັບ​ຄົນ​ສະໄໝ​ກ່ອນ ເຊັ່ນ ໃຊ້​ໝາກນາວ ໝາກຂາມສົ້ມ ໃນ​ການ​ເພີ່ມ​ລົດ​ສົ້ມ ຫລື​ ໃຊ້​ຫອມບົ່ວໃຫ່ຍກະລົດ ພືດ​ຜັກ​ໃນ​ການ​ເພີ່ມ​ລົດ​ຫວານ ລົດ​ເຄັມ​ກໍ​ໃຊ້​ເກືອ ແຕ່​ບໍ່​ຕ້ອງ​ໃສ່​ຫລາຍ

8. ເຊົາ​ນິ​ໄສ​ຕື່ມ​ເຄື່ອງ​ປຸງ​ແບບ​ເຕັມຊຸດ ພະຍາຍາມ​ປຸງ​ແຕ່ໜ້ອຍ ຫລື ​ບໍ່​ປຸງ​ເລີຍ​ຍິ່ງ​ດີ
9. ເບິ່ງ​ກາສະຫລາກ​ສະເໝີ ກ່ອນ​ຕັດ​ສິນ​ໃຈ​ຊື້​ອາຫານ​ໃດໆ ໂດຍ​ເບິ່ງ​ປະລິມານ​ນ້ຳ​ຕານ ແລະ​ໂຊ​ດຽມ ​ຕໍ່​ຫນ່ວຍ​ກ່ອນ​ສະເໝີ ​

10. ພະຍາຍາມ​ກິນ​ອາຫານ​ແບບ​ບໍ່​ຕ້ອງ​ອາໃສ​ແຈ່ວຈໍ້າ
11. ຢຸດ​ຊົດ​ນ້ຳ​ຊຸບ ລວມ​ເຖິງ​ນ້ຳ​ປຸງ​ລົດ​ທັງ​ຫລາຍ​ໃນ​ຈານ​ອາຫານ
12. ຢຸດ​ກິນ​ໝີ່​ເຄິ່ງ​ສຳ​ເລັດ​ຮູບ ຫລື ​ກິນ​ໃຫ້​ໜ້ອຍ​ທີ່ສຸດ ແລະ ​ໃສ່​ເຄື່ອງ​ປຸງ​ພຽງ​ເຄິ່ງ​ດຽວທັງ​ຫລາຍ​ໃນ​ຈານ​ອາຫານ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...