spot_img
Homeຂ່າວທ້ອງຖິ່ນແຜນເດືອນ ມີນາ 2019 ລັດຖະບານ ຈະສຸມໃສ່ປະຕິບັດວຽກຈຸດສຸມຕົ້ນຕໍມີຫຍັງແດ່?

ແຜນເດືອນ ມີນາ 2019 ລັດຖະບານ ຈະສຸມໃສ່ປະຕິບັດວຽກຈຸດສຸມຕົ້ນຕໍມີຫຍັງແດ່?

Published on

ເດືອນ ມີນາ 2019 ນີ້, ລັດຖະບານ ຈະສຸມໃສ່ປະຕິບັດວຽກຈຸດສຸມຕົ້ນຕໍ ໂດຍສືບຕໍ່ເອົາໃຈໃສ່ແກ້ໄຂອຸປະຕິເຫດຕາມທ້ອງຖະໜົນ, ການຄ້າຂາຍຜິດກົດໝາຍ; ການເກັບລາຍຮັບຕ້ອງສູ້ຊົນໃຫ້ບັນລຸ 25%; ເອົາໃຈໃສ່ປະຕິບັດຂໍ້ຕົກລົງ ເລກທີ 12/ນຍ ວ່າດ້ວຍການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຈຸດສຸມຕົ້ນຕໍ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2019.

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ກຸມພາ 2019  ລັດຖະບານ ຈະສຸມໃສ່ປະຕິບັດວຽກຈຸດສຸມຕົ້ນຕໍຈໍານວນໜຶ່ງ ໂດຍສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ອຸປະຕິເຫດຕາມທ້ອງຖະນົນ, ການຄ້າຂາຍຜິດກົດໝາຍ, ການປຸ້ນຈີ້ຊິງຊັບ ແລະ ອື່ນໆ ຫຼຸດລົງໃຫ້ໄດ້ຢ່າງຈິງຈັງ; ການເກັບລາຍຮັບໃນທ້າຍເດືອນ ມີນາ ຕ້ອງສູ້ຊົນໃຫ້ບັນລຸ 25% ຫຼື ຢ່າງໜ້ອຍກໍ່ບໍ່ຄວນຫຼຸດ 20 % ຂອງແຜນການປີ; ເອົາໃຈໃສ່ວຽກງານຫັນເປັນທັນສະໄໝການເກັບລາຍຮັບງົບປະມານໃຫ້ໄວກວ່າເກົ່າ ແລະ ລົງຕິດຕາມກວດກາ, ຊີ້ນໍາການເກັບລາຍຮັບງົບປະມານໃຫ້ມີປະສິດທິຜົນ; ເລັ່ງຟື້ນຟູເຂດຖືກຜົນກະທົບຈາກໄພພິບັດຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໃຫ້ໄວ້, ຮີບຮ້ອນຍົກຍ້າຍປະຊາຊົນ ແລະ ນັກຮຽນ ອອກຈາກເຕັ້ນໄປຢູ່ທີ່ພັກອາໄສຊົ່ວຄາວ ແລະ ອາຄານຮຽນທີ່ໄດ້ມາດຕະຖານໃຫ້ໄວເທົ່າທີ່ຈະໄວໄດ້; ແນະນໍາການຜະລິດກະສິກໍາທີ່ ເໝາະສົມ, ສະໜອງ​ແນວ​ພັນ ​ແລະ ວາງ​ແຜນ​ສ້າງ​ໂຄງ​ລ່າງ​ຊົນລະປະທານ​ໃຫ້ແກ່ປະຊາຊົນ; ຄົ້ນຄວ້າ ແລະ ສະເໜີ​ຫັນ​ປ່ຽນ​ເປົ້າໝາຍນຳ​ໃຊ້​ທີ່​ດິນ ທີ່ຈະນໍາໃຊ້ເປັນເຂດຜະລິດ ແລະ ຈັດສັນໃຫ້ປະຊາຊົນຕັ້ງຖິ່ນຖານ ຈາກ​ດິນ​ປ່າ​ປ້ອງ​ກັນ ມາ​ເປັນ​ດິນ​ຜະລິດ​ ເພື່ອຂໍອະນຸມັດຈາກສະພາແຫ່ງຊາດ ຕາມກົດໝາຍ​.

ໃນກອງປະຊຸມດັ່ງກ່າວ, ໄດ້ມອບໃຫ້ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ເອົາໃຈໃສ່ປະຕິບັດຂໍ້ຕົກລົງ ເລກທີ 12/ນຍ ວ່າດ້ວຍການຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2019; ສະມາຊິກລັດຖະບານ ເອົາໃຈໃສ່ຊີ້ນໍາວຽກງານຈຸດສຸມປະຈໍາເດືອນ ມີນາ ທີ່ຕົນຮັບຜິດຊອບ ແລະ ລາຍງານຄວາມຄືບໜ້າພາຍໃນວັນທີ 15 ຂອງເດືອນ ມີນາ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: Lao National Radio

ຮູບພາບ: vientianemai.net

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...