Homeສຸຂະພາບ ແລະ ສີ່ງແວດລ້ອມວິທີ​ກິນ​ປາ​ດິບ​ໃຫ້​ປອດ​ໄພ

ວິທີ​ກິນ​ປາ​ດິບ​ໃຫ້​ປອດ​ໄພ

Published on

health-(2)_1


1.
ເລືອກຮັບປະ​ທານ​ປາ​ດິບ​ທີ່​ເຮັດ​ສະ​ອາດ

ຖ້າ​ບໍ່​ຖະນັດ​ແລ່​ຊີ້ນ​ປາ​ເອງ ແລະ ​ຢ້ານ​ພະຍາດ​ ກໍ​ຢ່າ​ໄປ​ຮັບປະທານ​ສຸ່ມ​ສີ່​ສຸ່ມ​ຫ້າ​ ເວລາໄປຊີ້ກໍ່ໃຫ້​ສັງເກດ​ເບິ່ງ​ວ່າ​ພໍ່​ຄົວ​ໃສ່​ຖົງ​ມື​ທຸກ​ເທື່ອ​ທີ່​ຈັບ​ເຊີ້ນ​ປາ​ຫລື​ບໍ່ ເພາະ​ນອກ​ຈາກ​ເຮົາ​ຈະ​ປອດ​ໄພ​ຈາກ​ພະຍາດ​ແລ້ວ ກໍ​ຍັງ​ປອດ​ໄພ​ຈາກ​ເຊື້ອ​ພະຍາດ​ອື່ນໆ ທີ່​ຈະ​ມາ​ຈາກ​ການເຮັດ​ທີ່​ບໍ່​ສະ​ອາດ ​ແລະ ​ຖືກ​ສຸກ​ລັກສະນະ​ໄດ້​

2. ຄວນ​ເລືອກ​ຮັບປະທານ​ແຕ່​ປາ​ທະ​ເລ

ສາ​ເຫດ ທີ່​ຄວນ​ເລືອກ​ປາ​ທະ​ເລ​ຫລາຍກວ່າ​ປາ​ນ້ຳ​ຈືດ​ນັ້ນ​ກໍ​ເພາະ​ວ່າ​ປາ​ທະ​ເລ​ນັ້ນ​ພົບ​ພະຍາດ​ໄດ້ໜ້ອຍ​ກວ່າ ແຕ່​ໃນ​ປາ​ນ້ຳ​ຈືດ​ນັ້ນ​ມີ​ພະຍາດ​ຫລາຍກວ່າ ແລະ​ ຍັງມີ​ຫລາຍ​ຊະນິດ​ຫລາຍກວ່າ ສ່ວນ​ຜິດ​​ຂອງ​​ພະຍາດ​ໃນ​ປາ​ທະ​ເລ​ກໍ​ຍັງມີ​ໜ້ອຍ​ກວ່າ​ປາ​ນ້ຳ​ຈືດ​ອີກ​ດ້ວຍ

3. ເລືອກ​ຮັບປະທານ​ປາ​ດິບ​ທີ່​ປຸງ​ສຳເລັດ​ໃໝ່​ໆ

ເຖິງວ່າ​ປາ​ດິບ​ຈະ​ຖືກ​ຈັດ​ລົງ​ຈານ​ຢ່າງ​ສວຍງາມ ຈົນ​ເຮົາ​ເອງ​ກໍ​ຢາກ​ຈະ​ຊື່ນ​ຊົມ​ກັບ​ມັນ​ດົນ​ໆ ກ່ອນທີ່ຈະ​ຮັບປະທານ ແຕ່​ກໍ​ຄວນ​ຈະ​ຮີບ​ຮັບປະທານ​ ບໍ່​ຄວນ​ຮັບປະທານ​ປາ​ດິບ​ທີ່​ເຮັດ​ປະ​ໄວ້​ດົນ​ເກີນ 2 ຊົ່ວ​ໂມງ ເພາະ​ຈະ​ເຮັດໃຫ້​ເສຍ​ລົດ​ຊາດ ເນື່ອງ​ຈາກ​ນ້ຳ​ມັນ​ທີ່​ຢູ່ໃນ​ປາ​ຈະ​ລະ​ເຫຍ​ອອກ​ໄປ ແຖມ​ຄຸນຄ່າ​ທາງ​ອາຫານ​ຍັງ​ລຸດລົງ​ ແລະ ​ຄວາມ​ຈະ​ຫລີກ​ລ້ຽງ​ການຮັບ​ປະ​ທານ​ປາ​ດິບ​ທີ່​ເຮັດ​ສຳ​ເລັດ​ແລ້ວ​ຕັ້ງ​ໂຊວ໌​ໄວ້​ໃນ​ຕູ້​ແຊ່ ເພາະ​ເຮົາ​ບໍ່​ຮູ້​ວ່າ​ມັນ​ຖືກ​ເອົາ​ມາ​ວາງ​ດົນ​ປານ​ໃດ​ແລ້ວ​

ນອກ​ຈາກ​ນີ້​ເວລາ​ຮັບປະທານ​ປາ​ດິບ​ກໍ​ຄວນ​ທີ່​ຈະ​ສັງເກດ​ທີ່​ຕົວ​ເນື້ອ​ປາ​ດີໆ ຖ້າ​ເກີດ​ເຫັນ​ສິ່ງ​ແປກປອມ​ຢ່າງ​ເຊັ່ນ​ຈຸດ​ຂາວໆ ຫລື ​ແມ່ນແຕ່​ຕົວ​ພະຍາດ​ກໍ​ບໍ່​ຄວນ​ຮັບປະທານ​ຕໍ່​ ເພາະ​ເຮົາ​ກໍ​ບໍ່​ຮູ້​ວ່າ​ໃນ​ເນື້ອ​ປາ​ມີ​ອີກ​ ຫລື​ ບໍ່ ຢ່າ​ມົວ​ແຕ່​ເສຍ​ດາຍ​ ເພາະ​ປາ​ດິບ​ລາ​ຄາ​ພຽງ​ບໍ່​ເທົ່າ​ໃດ​ຄົງ​ບໍ່​ຄຸ້ມ​ຄ່າ​ກັບ​ການ​ຕ້ອງ​ມາ​ເຈັບ​ປ່ວຍ​ແນ່ນອນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...