Homeຂ່າວຕ່າງປະເທດສະຫະລັດມີໜີ້ສາທາລະນະສະສົມກວ່າ 22.01 ລ້ານລ້ານໂດລາ

ສະຫະລັດມີໜີ້ສາທາລະນະສະສົມກວ່າ 22.01 ລ້ານລ້ານໂດລາ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສະຫະລັດອາເມລິກາ ເມື່ອວັນທີ 14 ກຸມພາ 2019 ວ່າ ກະຊວງການເງິນຂອງສະຫະລັດອອກຖະແຫຼງການວ່າອັດຕາໜີ້ສາທາລະນະຂອງປະເທດນັບຕັ້ງແຕ່ປີ 1993 ຮອດ ວັນທີ 13 ກຸມພາ 2019 ນີ້ ມີໜີ້ສູງຂຶ້ນເຖິງ 22.01 ລ້ານລ້ານໂດລາ ເປັນຄັ້ງທຳອິດ ທີ່ມີອັດຕາໜີ້ສິນຫຼາຍກວ່າມູນຄ່າຜະລິດຕະພັນລວມໃນປະເທດ (ຈີດີພີ) ໝົດປີ.

ນັກວິເຄາະໄດ້ກ່າວວ່າ “ນີ້ຄືຄວາມສ່ຽງທີ່ໃຫຍ່ຫຼວງ” ຕໍ່ເສດຖະກິດຂອງສະຫະລັດເຊິ່ງມີຂະໜາດໃຫຍ່ທີ່ສຸດໃນໂລກ ແລະ ຄຸນນະພາບຊີວິດຂອງຊາວອາເມລິກາທຸກຄົນ ເນື່ອງຈາກໄດ້ມີການຄຳນວນໂດຍການສະເລ່ຍພົບວ່າໜີ້ສາທາລະນະຂອງສະຫະລັດເພີ່ມຂຶ້ນ 1.000ລ້ານໂດລາຕໍ່ມື້.

ລາຍງານດັ່່ງກ່າວໄດ້ຖືກເຜີຍອອກມາໃນຊ່ວງເວລາທີ່ຄະນະຜູ້ແທນເຈລະຈາການຄ້າຂອງສະຫະລັດ ເດີນທາງໄປຢ້ຽມຢາມນະຄອນຫຼວງປັກກິ່ງ ປະເທດຈີນ ເພື່ອພົບປະຫາລືກັບ ທ່ານ ຫຼິວ ເຮີ່ ຮອງນາຍົກລັດຖະມົນຕີ ແລະ ທີ່ປຶກສາດ້ານນະໂຍບາຍເສດຖະກິດຂອງປະທານາທິບໍດີ ສີ ຈິ້ນ ຜິງ ເປັນການປະຊຸມຕໍ່ຍອດຈາກການປະຊຸມສຸດຍອດຜູ້ນຳກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ20”.

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...