Homeຂ່າວຕ່າງປະເທດສັດຕະວະແພດອາເມລິກາສ້າງປະຕິຫານ ຊ່ວຍຊີວິດແມວແຊ່ແຂງໃຫ້ລອດຕາຍ

ສັດຕະວະແພດອາເມລິກາສ້າງປະຕິຫານ ຊ່ວຍຊີວິດແມວແຊ່ແຂງໃຫ້ລອດຕາຍ

Published on

ສຳນັກຂ່າວເອພີ ລາຍງານຈາກປະເທດສະຫະລັດອາເມລິກາ ເມື່ອວັນທີ 8 ກຸມພາ 2019 ທີ່ຜ່ານມາວ່າ ດຣ. ເຈວອນ ຄລາກ ສັດຕະວະແພດແຫ່ງຄຣີນິກຮັກສາສັດໃນເມືອງ ຄາລິສເປລ ເປີດເຜີຍເມື່ອວັນພະຫັດວ່າ ຟລັບຟີ ແມວເພດເມຍໂຕໜຶ່ງຢູ່ໃນສະພາບໝົດສະຕິໂຕແຂງ ແລະ ມີນໍໍ້າແຂງເກາະຫຸ້ມເຕັມໂຕແຕ່ຫົວຮອດຫາງ ບໍ່ສາມາດວັດແທກອຸນຫະພູມຮ່າງກາຍໄດ້ດ້ວຍເຄື່ອງກວດວັດອຸນຫະພູມຂອງຄຣີນິກ ເຊິ່ງເຈົ້າຂອງແມວໄດ້ນຳມາສົ່ງໃຫ້ຄຣີນິກເມື່ອວັນທີ 31 ມັງກອນ 2019 ທີ່ຜ່ານມາ.

ສັດຕະວະແພດໃນຄຣີນິກໄດ້ຮີບຮ້ອນໃຫ້ການຮັກສາດ້ວຍການຫົ່ມຜ້າຫົ່ມໃຫ້ແມວເພື່ອສ້າງຄວາມອົບອຸ່ນ ແລະ ຍັງໃຫ້ຂອງເຫຼວຜ່ານທາງຫຼອດເລືອດດຳແກ່ແມວ ຟລັບຟີ ຈາກນັ້ນປະມານ 1 ຊົ່ວໂມງຕໍ່ມາ ມັນເລີ່ມສົ່ງສຽງຮ້ອງ ເຮັດໃຫ້ ດຣ. ຄລາກ ຮູ້ວ່າມັນຈະຕ້ອງລອດຊີວິດ ແລະ ຫາຍດີເປັນປົກກະຕິ.

ຫຼັງຈາກນັ້ນກໍ່ເປັນໜ້າທີ່ຂອງ ດຣ. ໄຊນ່າ ຄໍຣຳ ແລະ ເຈົ້າໜ້າທີ່ແພດໄດ້ຊ່ວຍກັນແກະນໍ້າແຂງອອກຈາກໂຕແມວ ແລະ ມັນກໍ່ເລີ່ມເຄື່ອນໄຫວໄດ້ ເຈົ້າໜ້າທີ່ຈິ່ງໄດ້ຍ້າຍໄປຫ້ອງສຸກເສີນເພື່ອເຮັດໃຫ້ຮ່າງກາຍອົບອຸ່ນຂຶ້ນປະກົດວ່າອາການຂອງມັນດີຂຶ້ນຫຼາຍຈົນສັດຕະວະແພດອະນຸຍາດໃຫ້ເຈົ້າຂອງແມວນຳຕົວມັນກັບບ້ານໄດ້.

ເຈົ້າຂອງແມວຟລັບຟີໄດ້ເລົ່າໃຫ້ຟັງວ່າເມື່ອວັນທີ 31 ມັງກອນ 2019 ລາວໄດ້ກັບມາຮອດເຮືອນ ແລະ ພົບວ່າ ແມວຟລັບຟີມີນໍ້າແຂງເກາະຫຸ້ມເຕັມຕົວຢູ່ທີ່ກອງຫິມະ ເຊື່ອວ່າມັນຄົງນັ່ງຢູ່ບ່ອນນັ້ນເປັນເວລາດົນໃນຂະນະທີ່ຫິມະຕົກໜັກ.

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...