ຫຼາຍທ່ານອາດມີຂໍ້ສົງໃສວ່າ ກໍລະນີຫຼົງໂອນເງິນເຂົ້າບັນຊີຂອງຄົນອື່ນ ເຈົ້າຂອງເງິນມີສິດທວງເງິນທີ່ຫຼົງໂອນໄປໄດ້ ຫຼື ບໍ່? ຖ້າວ່າກັນຕາມກົດໝາຍແລ້ວ ການທວງເງິນຄືນແມ່ນຕ້ອງອີງໃສ່ 2 ເຫດຜົນຄື: ຂໍ້ຜູກພັນນອກສັນຍາ ແລະ ຄວາມຮັບຜິດຊອບທາງອາຍາ.
ເຫດຜົນຂໍ້ຜູກພັນນອກສັນຍາ ແມ່ນໄດ້ກໍານົດໄວ້ໃນ ມາດຕາ 99 ຂອງ ກົດໝາຍ ວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ສະບັບເລກທີ 01/ສພຊ ລົງວັນທີ 08 ທັນວາ 2008 ໂດຍໄດ້ກຳນົດໄວ້ວ່າ “ບຸກຄົນໃດ ຫາກໄດ້ຮັບຊັບສິນຂອງຜູ້ອື່ນໂດຍເຈດຕະນາ ທັງໆທີ່ຮູ້ວ່າ ຕົນບໍ່ມີສິດຮັບສິ່ງຂອງນັ້ນ, ບຸກຄົນນັ້ນ ຕ້ອງສົ່ງຊັບສິ່ງຂອງ ຫຼື ມູນຄ່າຂອງຊັບສິ່ງຂອງນັ້ນ ຄືນໃຫ້ຜູ້ເປັນເຈົ້າຂອງ ພ້ອມທັງໝາກຜົນ ຫຼື ລາຍໄດ້ ນັບແຕ່ວັນໄດ້ຮັບເປັນຕົ້ນໄປ”. ໂດຍອີງຕາມ ມາດຕາດັ່ງກ່າວນີ້ ຜູ້ຮັບເງິນ ຕ້ອງໄດ້ສົ່ງເງິນດັ່ງກ່າວໃຫ້ແກ່ເຈົ້າຂອງເງິນທີ່ຫຼົງໂອນມານັ້ນທັນທີ ເນື່ອງຈາກວ່າ ການຫຼົງໂອນເງິນໄປເຂົ້າຜິດບັນຊີນັ້ນ ເຈົ້າຂອງບັນຊີທີ່ຮັບເງິນນັ້ນ ບໍ່ທັນແມ່ນເຈົ້າຂອງເງິນເທື່ອ ເພາະຜ່ານມາບໍ່ໄດ້ມີການຕົກລົງຫຍັງກັບ ຜູ້ຫຼົງໂອນເງິນມານັ້ນ ແຕ່ຢ່າງໃດ.
ຖ້າຜູ້ຮັບເງິນບໍ່ຍອມສົ່ງເງິນຄືນ ຜູ້ທີ່ຫຼົງໂອນເງິນມານັ້ນ ມີສິດຮ້ອງຟ້ອງຕາມຂະບວນການຍຸຕິທຳ ແຕ່ໃນລະຫວ່າງການດຳເນີນຄະດີຢູ່ນັ້ນ ຜູ້ຮັບເງິນ ຈະຕ້ອງໄດ້ຈ່າຍດອກເບ້ຍຕາມອັດຕາຄິດໄລ່ຂອງທະນາຄານ ພ້ອມດ້ວຍຄ່າໃຊ້ຈ່າຍຕ່າງໆໃນການດຳເນີນຄະດີ ໃຫ້ແກ່ ຜູ້ຫຼົງໂອນເງິນມານັ້ນ.
ເຫດຜົນຄວາມຮັບຜິດຊອບທາງອາຍາ ແມ່ນໄດ້ກໍານົດໄວ້ໃນ ມາດຕາ 123 ຂອງ ກົດໝາຍ ອາຍາ ສະບັບປັບປຸງ ເລກທີ 12/ສພຊ ລົງວັນທີ 09 ພະຈິກ 2005 ໂດຍໄດ້ກຳນົດໄວ້ວ່າ “ບຸກຄົນຜູ້ໃດໂດຍເຈດຕະນາ ຫາກໄດ້ຄອບຄອງຊັບຂອງຜູ້ອື່ນທີ່ຕົນຊອກໄດ້, ເກັບໄດ້, ຂຸດຄົ້ນໄດ້ ຫຼື ທີ່ບຸກຄົນອື່ນໄດ້ຫຼົງມອບໃຫ້ແກ່ຕົນ ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝແຕ່ 50.000 ກີບ ຫາ 200.000 ກີບ. ໃນກໍລະນີທີ່ຊັບເຫຼົ່ານັ້ນ ຫາກມີມູນຄ່າສູງ ຫຼື ເປັນຈໍານວນຫຼວງຫຼາຍ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝແຕ່ 200.000 ກີບ ຫາ 3.000.000 ກີບ”. ໂດຍອີງຕາມ ມາດຕາດັ່ງກ່າວນີ້ ຖ້າຫາກ ຜູ້ຮັບເງິນ ຫາກມີເຈດຕະນາບໍ່ສົ່ງເງິນດັ່ງກ່າວຄືນໃຫ້ ຜູ້ຫຼົງໂອນເງິນມາ ຈະຖືວ່າມີໂທດທາງອາຍາ ອາດຕິດຄຸກ 3 ເດືອນ ຫາ ໜຶ່ງປີ ຫຼື ໜຶ່ງປີ ຫາ ສາມປີ. ສະນັ້ນ ຜູ້ຮັບເງິນ ຕ້ອງໄດ້ສົ່ງເງິນດັ່ງກ່າວຄືນໃຫ້ ເຈົ້າຂອງເງິນຄືຜູ້ທີ່ຫຼົງໂອນມານັ້ນໂດຍບໍ່ມີເງື່ອນໄຂໃດໆ.
ດັ່ງນັ້ນ, ໃນເວລາໃດກໍຕາມ ຖ້າຫາກທ່ານເຫັນເງິນໂອນເຂົ້າບັນຊີຂອງທ່ານໂດຍທີ່ທ່ານບໍ່ຮູ້ທີ່ມາຂອງເງິນ ຢ່າຟ້າວຖອນໄປຈ່າຍເທື່ອ ແຕ່ຕ້ອງແຈ້ງທະນາຄານ ແລະ ທວງຖາມຫາຕົ້ນທາງຜູ້ໂອນເງິນດັ່ງກ່າວ ເພື່ອສົ່ງເງິນດັ່ງກ່າວນັ້ນຄືນໃຫ້ເຈົ້າຂອງເງິນ ເວັ້ນເສຍແຕ່ທ່ານອາດຈະໂຊກດີ ໂດຍໄດ້ຮັບຄຳຕອບຈາກຕົ້ນທາງວ່າ ເງິນທີ່ໂອນມານັ້ນແມ່ນຂອງຂວັນວັນເກີດ ຕັ້ງໃຈໂອນມາໃຫ້, ທ່ານຈິ່ງສາມາດຖອນເອົາມາໃຊ້ຈ່າຍໄດ້.
ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: laos360c
ໂດຍ: ທະນາຍ ວຽງສະຫວັນ ພັນທະລີ, ອຳນວຍການ ບໍລິສັດ ພັນທະລີກົດໝາຍ ຈຳກັດ