Homeຂ່າວຕ່າງປະເທດແຟງລັງທົດລອງແຈກເງິນໃຫ້ຄົນທຸກ

ແຟງລັງທົດລອງແຈກເງິນໃຫ້ຄົນທຸກ

Published on

ລັດຖະບານແຟງລັງ ( Finland) ໄດ້ທົດລອງແຈກເງິນເດືອນຂັ້ນຕ່ຳ (basic income) ໃຫ້ກັບຜູ້ທີ່ມີລາຍຮັບໜ້ອຍ ແລະ ຄົນວ່າງງານຈຳນວນ 2.000 ຄົນ ເປັນໄລຍະເວລາ 1 ປີ ນັບແຕ່ວັນທີ 1 ມັງກອນ 2017 ຫາ 31 ທັນວາ 2018.

ຜູ້ເຂົ້າຮ່ວມໂຄງການດັ່ງກ່າວໄດ້ຮັບເງິນຕອບແທນເດືອນລະ 560 ຢູໂຣ ໂດຍບໍ່ຈຳເປັນຕ້ອງເສຍພາສີ ລວມເຖິງບໍ່ຈຳກັດວ່າຈະນຳເງິນໄປໃຊ້ແນວໃດ ເຖິງແມ່ນວ່າພາຍຫຼັງຄົນວ່າງງານບາງຄົນຈະໄດ້ວຽກເຮັດແລ້ວກໍ່ຕາມ.

ສຳລັບໂຄງການດັ່ງກ່າວມີຈຸດປະສົງເພື່ອທົດລອງວ່າການໃຫ້ສະຫວັດດີການໃນລັກສະນີ້ຈະຊ່ວຍກະຕຸ້ນໃຫ້ຄົນວ່າງງານ ຫຼື ຄົນທີ່ມີລາຍຮັບໜ້ອຍ ຫັນມາເຮັດວຽກໄລຍະສັ້ນ ຫຼື ສະແຫວງຫາວຽກງານພາສທາມໄດ້ ຫຼື ບໍ່ ເນື່ອງຈາກປັດຈຸບັນແຟງລັງມີອັດຕາຄົນວ່າງງານຈຳນວນໜຶ່ງທີ່ບໍ່ກ້າເຮັດວຽກພາສທາມ ຍ້ອນຢ້ານເສຍສິດໃນສະຫວັດດີການຄົນວ່າງງານດ້ານຕ່າງໆທີ່ລັດມອບໃຫ້.

ຫຼ້າສຸດທາງດ້ານກະຊວງກິດຈະການສັງຄົມ ແລະ ສາທາລະນະສຸກຂອງແຟງລັງໄດ້ເປີດເຜີຍຜົນການທົດລອງຂອງໂຄງການດັ່ງກ່າວວ່າ ການແຈກເງິນເດືອນຂັ້ນຕໍ່າໃຫ້ກັບຜູ້ວ່າງງານ ແລະ ຜູ້ທີ່ມີລາຍຮັບໜ້ອຍນັ້ນຖືວ່າເປັນເລື່ອງທີ່ລົ້ມເຫຼວແບບໝົດທ່າມັນບໍ່ໄດ້ຊ່ວຍກະຕຸ້ນໃຫ້ພວກເຂົາມີວຽກເພີ່ມຂຶ້ນ ຫຼື ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ແລະ ບໍ່ໄດ້ຊ່ວຍກະຕຸ້ນໃຫ້ຄົນວ່າງງານກັບໄປຊອກວຽກເຮັດ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: posttoday

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...