spot_img
Homeຂ່າວທ້ອງຖິ່ນປະທານສະພາໃຫ້ເພີ່ມທະວີຕິດຕາມກວດກາ ແລະ ສັ່ງຟ້ອງຜູ້ກະທຳຜິດ

ປະທານສະພາໃຫ້ເພີ່ມທະວີຕິດຕາມກວດກາ ແລະ ສັ່ງຟ້ອງຜູ້ກະທຳຜິດ

Published on

ກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈຳປີ 2018 ໄດ້ຈັດຂຶ້ນເມື່ອວັນທີ 4 ກຸມພາ 2019 ທີ່ຜ່ານມາ ໂດຍການເປັນປະທານຂອງທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຕາງໜ້າລັດຖະມົນຕີບັນດາກະຊວງ, ອົງການໄອຍະການປະຊາຊົນໃນຂອບເຂດທົ່ວປະເທດ ແລະ ແຂກຮັບເຊີນເຂົ້າຮ່ວມ.

ໂອກາດນີ້, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ທິດຊີ້ນຳອົງການໄອຍະການປະຊາຊົນທຸກຂັ້ນຕ້ອງເພີ່ມທະວີການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ກະທຳຜິດຂຶ້ນສານໃຫ້ຮັບປະກັນຄວາມຖືກຕ້ອງ ແລະ ຍຸຕິທຳ, ມີຂໍ້ມູນຫຼັກຖານຮັດກຸມ,​ຖືກຕ້ອງຕາມຄວາມເປັນຈິງ, ຖືກຕ້ອງຕາມມາດຕາຂອງກົດໝາຍ ເພື່ອຮັບປະກັນຄວາມຖືກຕ້ອງ.

ໃນນີ້, ໄດ້ສົ່ງຄືນເຈົ້າໜ້າທີ່ ເພື່ອດຳເນີນການສືບສວນ-ສອບສວນຄືນໃໝ່ 2.213 ເລື່ອງ, ໂຈະການດຳເນີນຄະດີ 41 ເລື່ອງ, ຊັດມ້ຽນ 345 ເລື່ອງ, ຖະແຫຼງສົ່ງສານຂັ້ນຕົ້ນ 6.706 ເລື່ອງ, ຖະແຫຼງ ແລະ ສັ່ງຟ້ອງຄະດີໃນທີ່ປະຊຸມສານ 5.646 ເລື່ອງ, ສານຕັດສິນຕາມຄຳຖະແຫຼງ 5.448 ເລື່ອງ,​ ສະເໜີຄັດຄ້ານຄຳຕັດສິນຂອງສານຂັ້ນຕົ້ນ 4 ເລື່ອງ,​ ສົ່ງພາກສ່ວນອື່ນພິຈາລະນາແກ້ໄຂ 366 ເລື່ອງ.

ໃນປີ 2018 ທີ່ຜ່ານມາ ອົງການໄອຍະການປະຊາຊົນໄດ້ຮັບສຳນວນຄະດີອາຍາທີ່ຍັງຄ້າງ ແລະ ເຂົ້າໃໝ່ ທັງໝົດ 10.068 ເລື່ອງ ທຽບໃສ່ປີ 2017 ເພີ່ມຂຶ້ນ 528 ເລື່ອງ, ໄດ້ແກ້ໄຂແລ້ວ 9.671ເລື່ອງ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: lsecuritynews

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...