Homeຂ່າວຕ່າງປະເທດຜົນສຳຫຼວດ 2018 ສະຫະລັດເປັນໄພຄຸກຄາມໂລກຫຼາຍກວ່າຈີນ ແລະ ຣັດເຊຍ

ຜົນສຳຫຼວດ 2018 ສະຫະລັດເປັນໄພຄຸກຄາມໂລກຫຼາຍກວ່າຈີນ ແລະ ຣັດເຊຍ

Published on

ສຳນັກຂ່າວຕ່າງປະເທດລາຍງານອ້າງອີງຜົນການສຳຫຼວດຂອງ ພິວ ຣີເສີດ ເຊິ່ງເປັນການສຳຫຼວດທັດສະນະຄະຕິທົ່ວໂລກປະຈຳປີ 2018 ໂດຍຜົນການສຳຫຼວດໃຫ້ເຫັນວ່າ ຜູ້ຕອບແບບສອບຖາມ 45% ຈາກຈຳນວນຜູ້ເຂົ້າຮ່ວມ 27.000 ຄົນໃນ 26 ປະເທດໃຫ້ຄວາມເຫັນວ່າ ອຳນາດ ແລະ ອິດທິພົນຂອງສະຫະລັດເປັນໄພຄຸກຄາມຫຼາຍກວ່າຣັດເຊຍ ແລະ ຈີນ ໂດຍຜູ້ຕອບແບບຟອມສອບຖາມໄດ້ໃຫ້ຄະແນນອິດທິພົນຂອງຣັດເຊຍເປັນໄພຄຸກຄາມ 37% ແລະ ຈີນເປັນໄພຄຸກຄາມປະມານ 35%.

ຢ່າງໃດກໍ່ຕາມຄວາມເຫັນຂອງປະຊາກອນໃນແຕ່ລະປະເທດພົບວ່າ ປະຊາຊົນເກົາຫຼີໃຕ້ 67% ຢ້ານເລື່ອງການໃຊ້ອຳນາດຂອງສະຫະລັດ, ສ່ວນປະຊາຊົນຍີ່ປຸ່ນ 66% ກັງວົນກ່ຽວກັບອິດທິພົນຂອງສະຫະລັດ ສ່ວນປະຊາຊົນແມັກຊິກ 64% ກໍ່ເບິ່ງວ່າສະຫະລັດເປັນໄພຄຸກຄາມ.

ນອກຈາກນີ້ປະຊາກອນເກີນເຄິ່ງໃນປະເທດອື່ນໆເຊັ່ນ: ຕູນີເຊຍ, ອາເຈນຕີນາ,​ ບຣາຊິນ ແລະ ອິນໂດເນເຊຍ ເຫັນວ່າການໃຊ້ອຳນາດຂອງສະຫະລັດເປັນໄພຄຸກຄາມຄືກັນ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: news.mthai

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...