Homeຂ່າວຕ່າງປະເທດສະໜາມບິນຊຽງໄຮ້ບໍ່ໃຫ້ສາຍການບິນນິວຊີແລນລົງຈອດທີ່ເດີ່ນ

ສະໜາມບິນຊຽງໄຮ້ບໍ່ໃຫ້ສາຍການບິນນິວຊີແລນລົງຈອດທີ່ເດີ່ນ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອຄ່ຳຄືນຂອງວັນທີ 9 ກຸມພາ 2019 ເຮືອບິນແອຣ໌ນິວຊີແລນ ຖ້ຽວບິນ NZ289 ພ້ອມຜູ້ໂດຍສານ 270 ຄົນ ທີ່ອອກເດີນທາງຈາກເມືອງ ອ໊ອດແລນ ເພື່ອມຸ່ງໜ້າໄປທີ່ນະຄອນຊຽງໄຮ້ ປະເທດຈີນ ຕ້ອງບິນກັບຄືນມາທີ່ຕົ້ນທາງ ຫຼັງຈາກຂຶ້ນບິນໄດ້ 5 ຊົ່ວໂມງ ເພາະທາງສະໜາມບິນປາຍທາງທີ່ຊຽງໄຮ້ບໍ່ອະນຸຍາດໃຫ້ລົງຈອດ.

ເຫດຜົນກໍ່ຍ້ອນວ່າຮູ້ນຂອງເຮືອບິນບໍ່ຕົງກັບທີ່ແຈ້ງກັບທາງສະໜາມບິນໄວ້ ເຮັດໃຫ້ຜູ້ໂດຍສານທັງໝົດຕ້ອງກັບຄືນໄປລໍຖ້າທີ່ສະໜາມບິນອີກຫຼາຍຊົ່ວໂມງ ກ່ອນຈະຖືກປ່ຽນກຳນົດເວລາໃໝ່ ແລະ ອອກເດີນທາງໃນຄ່ຳຄືນຂອງມື້ຕໍ່ມາ ເຊິ່ງຜູ້ໂດຍສານຈະໄດ້ຮັບຄ່າຊົດເຊີຍຈາກສາຍການບິນເລັກໜ້ອຍ.

ທາງດ້ານຜູ້ຊ່ຽວຊານການບິນໄດ້ອອກມາໃຫ້ຄວາມເຫັນໃນເລື່ອງນີ້ວ່າ ເປັນຄວາມຜິດພາດຂອງສາຍການບິນທີ່ບໍ່ໜ້າຈະເກີດຂຶ້ນເລີຍ ເພາະເຖິງແມ່ນວ່າສາຍການບິນຈະຂໍອະນຸຍາດລົງຈອດແລ້ວກໍ່ຕາມ ແຕ່ເມື່ອເຮືອບິນທີ່ອອກເດີນທາງເປັນຄົນລະຮູ້ນກັບທີ່ແຈ້ງໄວ້ ທາງລັດຖະບານຈີນທີ່ຂຶ້ນຊື່ໃນເລື່ອງເຂັ້ມງວດໃນການຫວງແຫນນ່ານຟ້າຂອງຕົນເອງທີ່ສຸດ ຈຶ່ງບໍ່ສາມາດນະໂຍບາຍໃຫ້ໃນເລື່ອງນີ້ຢ່າງແນ່ນອນ.

 

 

ຮຽບຮຽງຂ່າວ:​ ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...