Homeຂ່າວທ້ອງຖິ່ນແຂວງບໍລິຄຳໄຊຮຽກຄືນທີ່ດິນຂອງລັດທີ່ຖືກຂາຍໂດຍຊາວບ້ານ

ແຂວງບໍລິຄຳໄຊຮຽກຄືນທີ່ດິນຂອງລັດທີ່ຖືກຂາຍໂດຍຊາວບ້ານ

Published on

ອຳນາດການປົກຄອງແຂວງບໍລິຄຳໄຊໄດ້ຮຽກຄືນທີ່ດິນຂອງລັດຈຳນວນ 682.87 ເຮັກຕາ ທີ່ຖືກຂາຍໂດຍຊາວບ້ານ ທີ່ຂຶ້ນກັບເມືອງບໍລິຄັນເມື່ອສອງປີທີ່ຜ່ານມາ.

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງແຂວງໄດ້ອອກຂໍ້ຕົກລົງລົບລ້າງສິດນຳໃຊ້ ແລະ ໃບຕາດິນປອມ ແລະ ມອບຄືນທີ່ດິນໃຫ້ເປັນກຳມະສິດຂອງລັດ. ການຄອບຄອງທີ່ດິນຂອງລັດແບບຜິດກົດໝາຍໄດ້ກາຍມາເປັນຕົ້ນເຫດຂອງບັນຫາຂໍ້ຂັດແຍ່ງທາງດ້ານທີ່ດິນໃນຫລາຍປີທີ່ຜ່ານມາ ເຮັດໃຫ້ລັດຖະບານໄດ້ດຳເນີນການແກ້ໄຂບັນຫາຢ່າງຈິງຈັງ.

ຊາວບ້ານບາງຈຳນວນຂອງແຂວງບໍລິຄຳໄຊ ໄດ້ໝາຍເອົາທີ່ດິນຂອງລັດຈຳນວນ 62 ຕອນຢ່າງຜິດກົດໝາຍ ແລະ ນຳໄປເຮັດໃບຕາດິນປອມ ເພື່ອຂາຍໃຫ້ກັບບໍລິສັດເອກະຊົນຕ່າງໆ, ອີງຕາມການໃຫ້ສຳພາດຂອງ ທ່ານ ບຸນທະວີ ດວງພະຈັນ, ຮອງຫົວໜ້າພະແນກກວດກາພັກ-ລັດ ແຂວງບໍລິຄຳໄຊ ຕໍ່ໜັງສືພິມວຽງຈັນທາມ໌ ໃນມື້ວັນສຸກທີ່ຜ່ານມາ. ເຊິ່ງທີ່ດິນຕອນດັ່ງກ່າວແມ່ນນອນຢູ່ໃນເຂດບ້ານນໍ້າປາ, ບ້ານຫ້ວຍຄູນ ແລະ ບ້ານໂພນທອງ ຕາມການລາຍງານຂອງທ່ານ ບຸນທະວີຕໍ່ກອງປະຊຸມສະໃໝສາມັນຄັ້ງທີ 6 ຂອງສະພາປະຊາຊົນແຂວງ. ຈຳນວນດິນຕອນດັ່ງກ່າວແມ່ນຖືກຂາຍເປັນເງິນຈຳນວນ 1,3 ຕື້ກີບ, ປັດຈຸບັນນີ້ອົງການຈັດຕັ້ງທີ່ກ່ຽວຂ້ອງສາມາດຮຽກເກັບຄືນເງິນຈຳນວນດັ່ງກ່າວ ແລະ ມອບກັບໃຫ້ລັດ.

 “ເງິນຈຳນວນດັ່ງກ່າວແມ່ນໄດ້ມາໂດຍຜິດກົດໝາຍ ສະນັ້ນຈິ່ງຖືກຢຶດຄືນຈາກຜູ້ຂາຍ ແລະ ປັດຈຸບັນນີ້ເງິນຈຳນວນດັ່ງກ່າວແມ່ນກາຍເປັນຊັບສິນຂອງລັດ” ທ່ານບຸນທະວີກ່າວ.

ມີພະນັກງານລັດບາງຄົນມີຄວາມກ່ຽວຂ້ອງກັບການຂາຍທີ່ດິນຂອງລັດຢ່າງຜິດກົດໝາຍໃນຄັ້ງນີ້ ແລະ ພວກກ່ຽວແມ່ນໄດ້ຖືກປະຕິບັດວິໃນຕາມກົດໝາຍ  ແລະ ລະບຽບການທີ່ກ່ຽວຂ້ອງ. ລວມທັງບຸກຄົນ ແລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງແມ່ນໄດ້ຮັບການດຳເນີນຄະດີຕາມລະບຽບກົດໝາຍເຊັ່ນກັນ.ລາຍງານຍັງໃຫ້ຮູ້ຕື່ມອີກວ່າຍັງມີຫລາຍຄົນທີ່ທັກທ້ວງກ່ຽວກັບການໃຫ້ຄ່າຊົດເຊີຍທີ່ຍັງບໍ່ທັນສົມເຫດສົມຜົນ ໃຫ້ແກ່ເຈົ້າຂອງທີ່ດິນໃນກໍລະນີທີ່ດິນຂອງຕົນຖືກໂຄງການພັດທະນາດ້ານຕ່າງໆ. ເຖິງແມ່ນວ່າຈະເປັນນະໂຍບາຍຂອງລັດຖະບານທີ່ຈະຕ້ອງຈ່າຍຄ່າຊົດເຊີຍຢ່າງເປັນທຳ ແລະ ສົມເຫດສົມຜົນທີ່ສຸດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ກ່າວໃນໄລຍະຜ່ານມາວ່າ: ມີບຸກຄົນ ແລະ ອົງການຈັດຕັ້ງຫລາຍໆໜ່ວຍງານປອມແປງເອກະສານສິດນຳໃຊ້ທີ່ດິນທີ່ເປັນຂອງລັດ ແລະ ເປັນປະກົດການທີ່ແຜ່ຫລາຍໃນໄລຍະຜ່ານມາເຮັດໃຫ້ທີ່ດິນຂອງລັດມີຈຳນວນຫລຸດໜ້ອຍຖອຍລົງ.

ຂໍ້ຂັດແຍ່ງທາງດ້ານສິດການນຳໃຊ້ທີ່ດິນໄດ້ກາຍມາເປັນບັນຫາຫລັກທີ່ໄດ້ຮັບການສອບຖາມຈາກສາຍດ່ວນສະພາແຫ່ງຊາດໃນຊຸມປີທີ່ຜ່ານມາ. ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານໄດ້ສ້າງຕັ້ງຄະນະກຳມະການສະເພາະກິດ ເພື່ອກວດກາ ແລະ ແກ້ໄຂບັນດາຂໍ້ຂັດແຍ່ງທາງດ້ານທີ່ດິນ. ລັດຖະບານໄດ້ມອບໃຫ້ຄະນະກຳມະການດັ່ງກ່າວທົບທວນຄືນກ່ຽວກັບການສຳປະທານ ແລະ ການໂອນສິດນຳໃຊ້ທີ່ດິນໃນຫລາຍໆກໍລະນີ. ການກວດກາ ຍັງຈະໄດ້ມີການພິຈາລະນາຄືນວ່າທີ່ດິນທີ່ຖຶກຄອບຄອງນັ້ນແມ່ນຖືກຕ້ອງຕາມກົດໝາຍຫລືບໍ່, ແລະ ລວມໄປເຖິງກໍລະນີການອ້າງສິດນຳໃຊ້ທີ່ດິນທີ່ຕິດພັນກັບທີ່ດິນຂອງລັດໂດຍຊຸມຊົນທ້ອງຖິ່ນ.

ຮຽບຮຽງ ແລະ ແປໂດຍ: ບຸນມີ ບຸນມີໄຊ 

ແຫຼ່ງຂ່າວ: ວຽງຈັນທາມສ໌

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...