Homeຂ່າວທ້ອງຖິ່ນໃນປີ 2020 ລາວຈະສ້າງ​ໂຮງ­ງານ​ຜະ­ລິດ​ແຜ່ນ​ເມັມ​ໂມ​ຣີ​ດິ​ສ(Memory Disk) ພາຍໃນປະເທດ

ໃນປີ 2020 ລາວຈະສ້າງ​ໂຮງ­ງານ​ຜະ­ລິດ​ແຜ່ນ​ເມັມ​ໂມ​ຣີ​ດິ​ສ(Memory Disk) ພາຍໃນປະເທດ

Published on

ໃນວັນທີ 8 ກຸມພາ 2019 ທີ່ຜ່ານມາທີ່​ເຂດ​ເສດ­ຖະ­ກິດ​ພິ­ເສດ​ກວມ​ລວມ​ໄຊ​ເສດ​ຖາ ໄດ້ມີການຈັດພິ­ທີ​ວາງ​ສີ​ລາ​ລຶກ​ກໍ່­ສ້າງ​ໂຮງ­ງານ​ຜະ­ລິດ​ແຜ່ນ​ເມັມ​ໂມ​ຣີ​ດິ​ສ ສຳ­ລັບ Hard Disk Drive ຂອງ​ບໍ­ລິ­ສັດ ໂຮ​ຢາ​ລາວ ໂດຍ​ມີ​ທ່ານ ສຸ­ພັນ ແກ້ວ​ມີ​ໄຊ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ທ່ານ Takeshi Hikihara ເອກ​ອັກ­ຄະ­ລັດຖະ­ທູດ​ຍີ່­ປຸ່ນ ປະ­ຈຳ​ລາວ ທ່ານ ແກ້ວ​ພິ­ລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ທ່ານ Eiichiro Ikeda ປະ­ທານ​ເຈົ້າ​ໜ້າ­ທີ່​ຝ່າຍ​ປະ­ຕິ­ບັດ​ການ​ບໍ­ລິ­ສັດ HOYA Corporation ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ຮ່ວມ.

ສປປ ລາວ ເປັນ​ສະ­ຖານ­ທີ່ໆ​ເໝາະ​ສົມ​ສຳ­ລັບ​ການ​ສ້າງ­ຕັ້ງ​ໂຮງ­ງານ​ຜະ­ລິດ​ແຫ່ງ​ໃໝ່ ໂດຍ​ບໍ­ລິ­ສັດ ໂຮ​ຢາ​ລາວ ຈະ​ມີ​ສ່ວນ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃນ ສປປ ລາວ ໄດ້​ຫຼາຍ​ກວ່າ 4.000 ຕຳ­ແໜ່ງ ແຜ່ນ​ເມັມ​ໂມ​ຣີ​ດິ​ສ ສຳ­ລັບ Hard Disk Drive ຂອງ​ໂຮ​ຢາ ນອກ­ຈາກ​ຈະ​ນຳ​ໃຊ້​ສຳ­ລັບ​ບັນ­ທຶກ​ຂໍ້​ມູນ​ໃນ​ຄອມ​ພິວ​ເຕີ​ໂນດ​ບຸກ​ແລ້ວ ຍັງ​ໃຊ້​ໃນ​ການ​ຈັດ​ເກັບ​ຂໍ້​ມູນ​ໃນ Cloud ລວມ​ເຖິງ​ໃຊ້​ບັນ­ທຶກ​ຂໍ້​ມູນ​ອຸ­ປະ­ກອນ​ຕ່າງໆ ທີ່​ເຊື່ອມ​ຕໍ່​ກັບ​ອິນ​ເຕີ​ເນັດ​ອີກ​ດ້ວຍ ເຊິ່ງ​ເມັມ​ໂມ​ຣີ​ຂອງ​ໂຮ​ຢາ ຕອບ​ສະ­ໜອງ​ຄວາມ​ຕ້ອງ­ການ​ຂອງ​ລູກ​ຄ້າ ໂດຍ​ການ​ພັດ­ທະ­ນາ​ດ້ານ​ເຕັກ​ໂນ​ໂລ​ຊີ ແລະ ຄຸນ​ນະ​ພາບ​ຢ່າງ​ຕໍ່​ເນື່ອງ.

ບໍ­ລິ­ສັດ HOYA Corporation ໃຊ້​ທຶນ​ຫຼາຍ​ກວ່າ 300 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 2.569 ຕື້​ກີບ ເພື່ອ​ສ້າງ­ຕັ້ງ​ໂຮງ­ງານ​ໂຮ​ຢາ​ລາວ​ຂຶ້ນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ຈະ​ຜະ­ລິດ​ແຜ່ນ​ເມັມ​ໂມ​ຣີ​ດິ​ສ ສຳ­ລັບ Hard Disk Drive ໂດຍ​ຄາດ​ວ່າ​ຈະ​ສ້າງ​ສຳ­ເລັດ ແລະ ເລີ່ມ​ຜະ­ລິດ​ນັບ​ແຕ່​ຕົ້ນ​ປິ 2020 ເປັນ­ຕົ້ນ​ໄປ ເມື່ອ​ໂຮງ­ງານ​ແຫ່ງ​ນີ້​ສຳ­ເລັດ​ສົມ­ບູນ ຈະ​ເປັນ​ໂຮງ­ງານ​ແຫ່ງ​ໃໝ່​ທີ່​ສາ­ມາດ​ຜະ­ລິດ​ແບບ​ຄົບ​ວົງ​ຈອນ ດ້ວຍ​ເຕັກ​ໂນ​ໂລ​ຊີ​ການ​ຜະ­ລິດ​ທີ່​ທັນ​ສະ­ໄໝ, ໂຮງ­ງານ​ແຫ່ງ​ນີ້ ຍັງ​ຈະ​ເປັນ​ຫົວ­ໃຈ​ສຳ­ຄັນ​ໃນ​ການ​ສະ­ໜັບ­ສະ­ໜູນ​ການ​ຂະ­ຫຍາຍ­ຕົວ​ໃນ​ອະ­ນາ­ຄົດ ຂອງ​ອຸດ­ສາ­ຫະ­ກຳ​ການ​ຜະ­ລິດ​ແຜ່ນ​ເມັມ​ໂມ​ຣີ​ດິ​ສ ປັດ­ຈຸ­ບັນ​ກຸ່ມ​ໂຮ​ຢາ ມີ​ໂຮງ­ງານ​ຜະ­ລິດ​ແຜ່ນ​ເມັມ​ໂມ​ຣີ​ດິ​ສ ສຳ­ລັບ Hard Disk Drive ຢູ່​ປະ­ເທດ​ໄທ ແລະ ຫວຽດ­ນາມ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...