Homeຂ່າວຕ່າງປະເທດກຸດຈີນນີ້ຕ້ອງສະລະໂສດ! ສາວຈີນຂຽນຂໍ້ຄວາມຕິດຫຼັງລົດໃຜຕຳກົ້ນລົດຕ້ອງແຕ່ງງານນຳ

ກຸດຈີນນີ້ຕ້ອງສະລະໂສດ! ສາວຈີນຂຽນຂໍ້ຄວາມຕິດຫຼັງລົດໃຜຕຳກົ້ນລົດຕ້ອງແຕ່ງງານນຳ

Published on

ສຳນັກຂ່າວຕ່າງປະເທດຈີນລາຍງານເມື່ອວັນທີ 1 ກຸມພາ 2019 ທີ່ຜ່ານມາ ໃນຊ່ວງເທດສະການກຸດຈີນ ມີລົດເກັງສີແດງຄັນໜຶ່ງກາຍເປັນຈຸດສົນໃຈຂອງຜູ້ຄົນທີ່ພົບເຫັນ ແລະ ໂດ່ງດັງໃນໂລກອອນລາຍນ໌ ຫຼັງຈາກແລ່ນທີ່ຖະໜົນໃນເມືອງ ໜິງໂປ ມົນທົນເຈີຈຽງ ໂດຍມີເຈ້ຍທີ່ຂຽນຂໍ້ຄວາມແປະຕິດໄວ້ຫຼັງລົດວ່າ “ສາວໂສດອາຍຸຫຼາຍຫາຄູ່ກັບບ້ານ ໃຜຕຳທ້າຍລົດຕ້ອງມາແຕ່ງງານນຳ”

ແຕ່ຍັງບໍ່ທັນໄດ້ພົບເນື້ອຄູ່ຊໍ້າ ກໍ່ຖືກເຈົ້າໜ້າທີ່ຕຳຫຼວດຈັບປັບໄໝກ່ອນ ໂດຍເຈົ້າໜ້າທີ່ຕຳຫຼວດລະບຸວ່າ ການຕິດເຈ້ຍໃສ່ລົດໃນລັກສະນະນີ້ເປັນການກະທຳຜິດກົດຈະລາຈອນ ເຊິ່ງສາວຄົນດັ່ງກ່າວຖືກປັບເປັນເງິນ 200 ຢວນ ຫຼື 251.000ກີບ ແລະ ຕ້ອງໄດ້ແກະປ້າຍທີ່ຕິດຢູ່ຫຼັງລົດອອກອີກດ້ວຍ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...