spot_img
Homeຂ່າວຕ່າງປະເທດUN ເຕືອນທົ່ວໂລກຢູ່ໃນທົດສະວັດຮ້ອນທີ່ສຸດ ແລະ ອຸນຫະພູມຈະສູງຂຶ້ນປີລະ 1,5 ອົງສາ

UN ເຕືອນທົ່ວໂລກຢູ່ໃນທົດສະວັດຮ້ອນທີ່ສຸດ ແລະ ອຸນຫະພູມຈະສູງຂຶ້ນປີລະ 1,5 ອົງສາ

Published on

ອົງການສະຫະປະຊາຊາດ ຫຼື UN ເຕືອນ! ສະພາບອາກາດຂອງໂລກໃນໄລຍະ 4 ປີຈະຮ້ອນທີ່ສຸດ ຖ້າຫາກປະປ່ອຍໃຫ້ເປັນແບບນີ້ຕໍ່ໄປ. ປັດຈຸບັນ, ໂລກຢູ່ໃນໄລຍະທົດສະວັດຈະຮ້ອນທີ່ສຸດ ເມື່ອທຽບກັບຍຸກກ່ອນປະຕິວັດອຸດສາຫະກໍາ.

ສໍານັກຂ່າວຕ່າງປະເທດລາຍງານຈາກປະເທດສະວິດ ວັນທີ 7 ກຸມພາ 2019 ວ່າ ອົງການອຸຕຸນິຍົມວິທະຍາໂລກ (WMO) ເຊິ່ງເປັນອົງການພິເສດດ້ານສະພາບອາກາດໂລກ ພາຍໃຕ້ການບໍລິຫານຂອງ UN ອອກລາຍງານວ່າ ອຸນຫະພູມສະເລ່ຍທົ່ວໂລກຮ້ອນໃນປີຜ່ານມາສູງຂຶ້ນ 1,0 ອົງສາ ທຽບໃສ່ຍຸກກ່ອນປະຕິວັດອຸດສາຫະກໍາ ຖ້າສະຖານະການຍັງເປັນແບບນີ້ຕໍ່ໄປອຸນຫະພູມຂອງໂລກຈະສູງຂຶ້ນປີລະ 1,5 ອົງສາ ພາຍໃນໄລຍະເວລາອີກ 5 ປີຂ້າງໜ້າ.

ສະພາບອາກາດຂອງໂລກໃນປີນີ້, ຈະມີແນວໂນ້ມຮ້າຍແຮງແຕ່ຕົ້ນປີ ຂະນະດຽວກັນປະເທດ ອົດສາຕາລີ ກໍກໍາລັງປະເຊີນຫນ້າກັບພະວະໂລກຮ້ອນແຕ່ຕົ້ນປີ ເຊິ່ງເປັນປີທີ່ຮ້ອນທີ່ສຸດໃນປະຫວັດສາດ. ຂ່າວລາຍງານຕື່ມວ່າ ໃນລະຫວ່າງປີ 2014-2022 ໂລກຈະເປັນທົດສະວັດທີ່ມີສະພາບອາກາດຮ້ອນທີ່ສຸດ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...