Homeຂ່າວຕ່າງປະເທດລັດເຊຍກຽມນັກກົດໝາຍອະວະກາດຈັດການບໍລິສັດຕ່າງຊາດທີ່ອ້າງສິດຄອບຄອງດິນແດນເທິງດວງຈັນ

ລັດເຊຍກຽມນັກກົດໝາຍອະວະກາດຈັດການບໍລິສັດຕ່າງຊາດທີ່ອ້າງສິດຄອບຄອງດິນແດນເທິງດວງຈັນ

Published on

ເມື່ອວັນທີ 6 ກຸມພາ 2019 ທີ່ຜ່ານມາ ສື່ຂ່າວລັດເຊຍລາຍງານວ່າ ອົງການອະວະກາດສະຫະພັນລັດລັດເຊຍ ແລະ ສະພາລັດບັນດິດວິທະຍາສາດແຫ່ງສະຫະພັນລັດ ລັດເຊຍ ໄດ້ມີຄວາມເຫັນວ່າມັນເຖິງເວລາແລ້ວທີ່ລັດເຊຍຕ້ອງມີຜູ້ຊ່ຽວຊານດ້ານກົດໝາຍອະວະກາດ ເພື່ອປົກປ້ອງຜົນປະໂຫຍດຂອງຊາດ ໃນກໍລະນີຄອບຄອງດິນແດນເທິງດວງຈັນ.

ຄວາມເຫັນດັ່ງກ່າວມີຂຶ້ນຫຼັງຈາກການປະຊຸມຮ່ວມກັນຂອງສອງໜ່ວຍງານກ່ຽວກັບການພັດທະນາໂຄງການສຳຫຼວດ ແລະ ການຕັ້ງຖິ່ນຖານເທິງດວງຈັນ ເມື່ອໄລຍະເດືອນ ພະຈິກ 2018 ທີ່ຜ່ານມາ.

ທ່ານ ເກນນາດີ ໄຮນູຄອຟ ອະດີດຜູ້ອຳນວຍການສະຖາບັນເຕັກໂນໂລຢີອະວະກາດ ມະຫາວິທະຍາໄລມິດຕະພາບແຫ່ງປະຊາຊົນລັດເຊຍ ອະທິບາຍວ່າ ຄວາມຈຳເປັນໃນການກຽມນັກກົດໝາຍອະວະກາດເກີດຂຶ້ນ ເພາະບັນດາບໍລິສັດເອກະຊົນຕ່າງຊາດໄດ້ອ້າງສິດໃນການຄອບຄອງດິນແດນ ແລະ ແຮ່ທາດເທິງດວງຈັນເພີ່ມຂຶ້ນ.

ຢ່າງໃດກໍ່ຕາມ, ສົນທິສັນຍາດວງຈັນ ຫຼື ຄວາມຕົກລົງວ່າດ້ວຍກິດຈະກຳຂອງລັດເທິງດວງຈັນ ເຊິ່ງໄດ້ຮັບການອະນຸມັດຈາກກອງປະຊຸມໃຫຍ່ສະຫະປະຊາຊາດເມື່ອປີ 1979 ລະບຸວ່າ ດວງຈັນບໍ່ຢູ່ພາຍໃຕ້ການຖືຄອບຄອງຂອງຊາດໃດຊາດໜຶ່ງດ້ວຍການອ້າງສິດອະທິປະໄຕເໜືອດວງຈັນ ດ້ວຍກິດຈະກຳໃດ ຫຼື ວິທີການໃດໆກໍ່ຕາມ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...