Homeຂ່າວຕ່າງປະເທດຈັງຫວັດຂອນແກ່ນພົບຝຸ່ນລະອອງ PM 2.5 ຢູ່ໃນລະດັບມີຜົນກະທົບຕໍ່ສຸຂະພາບ

ຈັງຫວັດຂອນແກ່ນພົບຝຸ່ນລະອອງ PM 2.5 ຢູ່ໃນລະດັບມີຜົນກະທົບຕໍ່ສຸຂະພາບ

Published on

ກອງຈັດການຄຸນນະພາບອາກາດ ແລະ ສຽງ ການຄວບຄຸມມົນລະພິດລາຍງານເມື່ອເວລາ 12:00ໂມງ ຂອງວັນທີ 7 ກຸມພາ 2019 ໃນພື້ນທີ່ຈັງຫວັດຂອນແກ່ນພົບຄ່າຝຸ່ນລະອອງຂະໜາດ PM 2.5 ສູງເຖິງ 99 ໄມໂຄຣກຣັມຕໍ່ລູກບາດແມັດ ແລະ ມີຄ່າ PM 10 ຢູ່ທີ່ 163 ໄມໂຄຣກຣັມຕໍ່ລູກບາດແມັດ ສົ່ງຜົນໃຫ້ຄ່າດັດຊະນີຕົວຊີ້ວັດຄຸນນະພາບອາກາດ ຫຼື AQI ສູງເຖິງ 209 ຢູ່ໃນລະດັບສີແດງ ມີຜົນກະທົບຕໍ່ສຸຂະພາບ.

ທ່ານ ສຸເທບ ມະນີໂຊກ ຮອງຜູ້ວ່າການຈັງຫວັດຂອນແກ່ນ ພ້ອມດ້ວຍເຈົ້າໜ້າທີ່ສຳນັກງານສິ່ງແວດລ້ອມພາກ 10 ປະຕິບັດການໃຊ້ລົດດັບເພີງສີດພົ່ນລະອອງນໍ້າຢູ່ບໍລິເວນສວນສະໜາມສານສາລາກາງຈັງຫວັດຂອນແກ່ນ ເຊິ່ງຢູ່ໃກ້ກັບສຳນັກງານ ແລະ ສະຖານສຶກສາຫຼາຍແຫ່ງ ຫວັງຫຼຸດບັນຫາຝຸ່ນລະອອງໃນອາກາດ.

ທ່ານ ສຸເທບ ກ່າວວ່າ ຈາກຜົນການກວດວັດຄຸນນະພາບໃນພື້ນທີ່ໃນເມືອງ ອຳເພີເມືອງ ຈັງຫວັດຂອນແກ່ນ ພົບ PM 2.5 ຢູ່ໃນເກນທີ່ມີຜົນກະທົບຕໍ່ສຸຂະພາບ ນອກຈາກນີ້, ຍັງພົບຝຸ່ນລະອອງ ຂະໜາດ PM 10 ຢູ່ໃນເກນເລີ່ມມີຜົນກະທົບຕໍ່ສຸຂະພາບຄືກັນ ທາງຈັງຫວັດຂອນແກ່ນຈຶ່ງດຳເນີນການເພື່ອຫຼຸດບັນຫາຝຸ່ນລະອອງດ້ວຍການສີດພົ່ນລະອອງນໍ້າຕາມຈຸດສຳຄັນໃນຕົວເມືອງ ແລະ ເຊີນເຈົ້າຂອງໂຮງງານນໍ້າຕານ ສະມາຄົມຊາວສວນອ້ອຍ ແລະ ສະຖານີຄວບຄຸມໄຟປ່າ ເຂົ້າມາປະຊຸມຫາລືແນວທາງປ້ອງກັນຝຸ່ນລະອອງໃນເຂດຈັງຫວັດຂອນແກ່ນ ເພາະສາເຫດສ່ວນໜຶ່ງມາຈາກການຈູດອ້ອຍ, ຈູດປ່າ ແລະ ຄວັນລົດບັນທຸກອ້ອຍ.

ນອກຈາກນີ້, ຍັງມີການສີດພົ່ນລະອອງນໍ້າພ້ອມກັນທັງ 26 ອຳເພີ ເພື່ອແກ້ໄຂບັນຫາຝຸ່ນລະອອງເກີນມາດຕະຖານ ທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບປະຊາຊົນໃຫ້ຫຼຸດລົງໄວທີ່່ສຸດ ແລະ ແນະນຳໃຫ້ປະຊາຊົນຄວນດູແລສຸຂະພາບ ຖ້າມີອາການເບື້ອງຕົ້ນເຊັ່ນ:​ໄອ, ຫາຍໃຈລຳບາກ, ລະຄາຍເຄືອງຕາ, ຄວນຫຼຸດເວລາໃນການເຮັດກິດຈະກຳກາງແຈ້ງລົງ ແລະ ເຂົ້າພົບແພດໂດຍດ່ວນ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: workpointnews

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...