Homeຂ່າວຕ່າງປະເທດສະມາຊິກສະພາລັດຮາວາຍສະເໜີຮ່າງກົດໝາຍຫ້າມຄົນອາຍຸຕໍ່າກວ່າ 100 ປີຊື້ຢາສູບ

ສະມາຊິກສະພາລັດຮາວາຍສະເໜີຮ່າງກົດໝາຍຫ້າມຄົນອາຍຸຕໍ່າກວ່າ 100 ປີຊື້ຢາສູບ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນລອສແອນເຈລິສ ປະເທດສະຫະລັດອາເມລິກາ ເມື່ອວັນທີ 5 ກຸມພາ 2019 ວ່າ ຮ່າງກົດໝາຍຫ້າມຄົນອາຍຸຕໍ່າກວ່າ 100 ປີຊື້ຢາສູບ ສະເໜີໂດຍທ່ານ ຣິຊາດ ຄຣີແກນ ສະມາຊິກສະພາລັດຮາວາຍ ໃນສັງກັດພັກດີໂມແຄຣດ ຈະເທົ່າກັບເປັນການຫ້າມສູບຢາໃນເຂດລັດຮາວາຍໂດຍອັດຕະໂນມັດ ພາຍໃນປີ 2024.

ຮາວາຍເປັນລັດທີ່ມີກົດໝາຍກ່ຽວກັບການຈຳໜ່າຍຢາສູບເຂັ້ມງວດທີ່ສຸດໃນປະເທດຢູ່ແລ້ວ ແຕ່ທ່ານ ຄຣີແກນ ເຊື່ອວ່າ ຕ້ອງມີກົດໝາຍທີ່ເຂັ້ມງວດຫຼາຍຂຶ້ນອີກເພື່ອຫ້າມ “ສິ່ງປະດິດປະເພດອັນຕະລາຍຮ້າຍແຮງຕໍ່ຊີວິດຫຼາຍທີ່ສຸດ ໃນປະຫວັດສາດຂອງມະນຸດ” ອີງຈາກສູນຄວບຄຸມ ແລະ ປ້ອງກັນໂຣກສະຫະລັດ ໄດ້ບົ່ງຊີ້ໃຫ້ເຫັນວ່າ ການສູບຢາເປັນສາເຫດຫຼັກຂອງການເກີດໂຣກ ແລະ ການເສຍຊີວິດທີ່ສາມາດປ້ອງກັນໄດ້ໃນສະຫະລັດ ເຮັດໃຫ້ມີຜູ້ເສຍຊີວິດສະເລ່ຍ 500.000 ຄົນໃນແຕ່ລະປີ.

ກົດໝາຍສະບັບປັດຈຸບັນຂອງຮາວາຍ ປະຊາຊົນຕ້ອງມີອາຍຸຢ່າງຕໍ່າ 21 ປີ ຈຶ່ງສາມາດຊື້ຢາສູບໃນລັດຮາວາຍໄດ້ ສ່ວນເກນອາຍຸຂັ້ນຕໍ່າທົ່ວສະຫະລັດແມ່ນຢູ່ທີ່ 18-19 ປີ.

ຕາມຂໍ້ສະເໜີຂອງ ທ່ານ ຄຣີແກນ ຮຽກຮ້ອງໃຫ້ເພີ່ມອາຍຸຂັ້ນຕໍ່າສາມາດຊື້ຢາສູບໄດ້ເປັນ 30 ປີໃນປີໜ້າເປັນ 40 ປີ ໃນປີ 2021 ເພີ່ມຂຶ້ນອີກເປັນອາຍຸ 50 ປີ ໃນປີ 2022 ແລະ ອາຍຸ 60 ປີໃນປີ 2024 ຫຼັງຈາກໝົດປີ 2024 ແລ້ວ ປີຕໍ່ໄປໃຫ້ເພີ່ມເປັນອາຍຸຢ່າງຕໍ່າ 100 ປີ ຈຶ່ງສາມາດຊື້ຢາສູບໄດ້, ເຊິ່ງທ່ານ ຄຣີແກນ ກ່າວວ່າ ຮ່າງກົດໝາຍທີ່ນຳສະເໜີຂຽນປ້ອງກັນຄວາມທ້າທາຍທາງດ້ານກົດໝາຍໄວ້ໝົດທຸກທາງແລ້ວ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ:​ dailynews

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...