spot_img
Homeຂ່າວທ້ອງຖິ່ນບໍລິຄໍາໄຊ ຍຶດໄມ້ຂະຍຸງ 11 ຄັນລົດ ສືບເຫັນພະນັກງານລັດມີສ່ວນຮ່ວມ 10 ຄົນ

ບໍລິຄໍາໄຊ ຍຶດໄມ້ຂະຍຸງ 11 ຄັນລົດ ສືບເຫັນພະນັກງານລັດມີສ່ວນຮ່ວມ 10 ຄົນ

Published on

ຈາກການປະຕິບັດຄໍາສັ່ງ 15 /ນຍ ໃນໄລຍະໜຶ່ງປີຜ່ານມາ, ແຂວງ ບໍລິຄໍາໄຊ ກວດພົບ ແລະ ຍຶດໄມ້ຂະຍຸງໄດ້ຈໍານວນ 849 ໂຕ/ຕັບ, ນໍ້າໜັກ 30.846 ກິໂລກຣາມ ກຽມລັກສົ່ງອອກ 11 ຄັນລົດ ໃນນັ້ນ, ສືບເຫັນຄະນະພັກ, ສະມາຊີກພັກ ແລະ ພະນັກງານລັດ 10 ຄົນມີສ່ວນຮ່ວມ. ຂະນະທີ່ປັດຈຸບັນ, ຖືກລົງວິໄນດ້ານພັກ ແລະ ດ້ານລັດສໍາເລັດແລ້ວ.

ຕາມຂໍ້ມູນລາຍງານຂອງທ່ານ ບຸນຄໍາ ໄຊເຍ່ຍລໍວື່ ປະທານກວດກາພັກ-ລັດ ແຂວງ ບໍລິຄໍາໄຊ ຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 11 ສະໄໝທີ VI ໄດ້ໄຂຂຶ້ນວ່າງບໍ່ດົນມານີ້ວ່າ: ໃນປີ 2018 ສະເພາະການກວດກາ, ການປະຕິບັດຄໍາສັ່ງ 15/ນຍ ແລະ 16/ຂບຊ. ປັດຈຸບັນ, ໄດ້ມີການດັດສົມ ແລະ ມີຂໍ້ຕົກລົງຍຸບເລີກ, ຢຸດຕິການດໍາເນີນກິດຈະການ ແລະ ລົບຊື່ອອກຈາກບັນຊີແລ້ວ 23 ແຫ່ງ, ພົບເຫັນການລັກລອບຂົນສົ່ງໄມ້ອອກຕ່າງປະເທດ ປະເພດໄມ້ຂະຍຸງຈໍານວນ 849 ໂຕ/ຕັບ, ນໍ້າໜັກ 30.846 ກິໂລກຣາມ ກຽມລັກສົ່ງອອກ 11 ຄັນລົດ ໃນນັ້ນ, ສືບເຫັນເຫັນຄະນະພັກ, ສະມາຊີກພັກ ແລະ ພະນັກງານລັດ 10 ຄົນມີສ່ວນຮ່ວມ ປັດຈຸບັນ, ຖືກລົງວິໄນດ້ານພັກ ແລະ ດ້ານລັດສໍາເລັດແລ້ວ. ນອກຈາກນັ້ນ, ຍັງໄດ້ຮັບຮອງ-ຄໍາສະເໜີ 40 ເລື່ອງ, ໄດ້ຄົ້ນຄວ້າ ແລະ ແກ້ໄຂສໍາເລັດ 22 ເລື່ອງ, ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ 10 ເລື່ອງ ແລະ ສືບຕໍ່ຄົ້ນຄວ້າອີກ 8 ເລື່ອງ.

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...