Homeຂ່າວທ້ອງຖິ່ນແນວກັ້ນທາງໃຊ້ໄວ້ແບ່ງເສັ້ນທາງຂຶ້ນ-ເສັ້ນທາງລົງ ບໍ່ແມ່ນໄວ້ໃຫ້ຄົນປີນຂ້າມ

ແນວກັ້ນທາງໃຊ້ໄວ້ແບ່ງເສັ້ນທາງຂຶ້ນ-ເສັ້ນທາງລົງ ບໍ່ແມ່ນໄວ້ໃຫ້ຄົນປີນຂ້າມ

Published on

ພາບທີ່ເຫັນຄົນປີນແນວກັ້ນທາງຂ້າມຈາກຝັ່ງໜຶ່ງເພື່ອຈະໄປຫາອີກຝັ່ງໜຶ່ງຄົງເປັນພາບທີ່ລຶ້ງຕາສຳລັບຄົນທີ່ເດີນທາງຜ່ານເສັ້ນແຖວໜ້າກະຊວງປ້ອງກັນຄວາມສະຫງົບຂຶ້ນມາຕະຫຼາດເຊົ້າ-ຂົວດິນເປັນປະຈຳ ແຕ່ສຳລັບຄົນທີ່ດົນໆໄດ້ຂັບລົດຜ່ານໄປເສັ້ນທາງນັ້ນອາດເກີດມີຫຼາຍອາລົມທີ່ຄາດເດົາໄດ້ຍາກ ບາງຄົນຄິດວ່າມັນເປັນເລື່ອງຕະລົກ ບາງຄົນທີ່ວ່າມັນເປັນເລື່ອງບໍ່ສົມຄວນ ບາງຄົນຄິດວ່າມັນເປັນຄວາມສ່ຽງອາດເຮັດໃຫ້ເກີດອຸບັດຕິເຫດໄດ້ ບາງຄົນຄິດວ່າມັນບໍ່ແມ່ນພາບລັກທີ່ຈົບງາມຂອງບ້ານເມືອງເລີຍ ແລ້ວຕົວທ່ານເດຄິດແນວໃດ?…

ຄວາມຈິງແລ້ວການທີ່ທາງໜ່ວຍງານກ່ຽວຂ້ອງ ຫຼື ພາກສ່ວນໂຍທານຳແນວກັ້ນທາງມາແບ່ງເສັ້ນທາງຂຶ້ນ-ເສັ້ນທາງລົງໃຫ້ຊັດເຈນ ກໍ່ເພື່ອແກ້ໄຂບັນຫາການສັນຈອນທີ່ສັບສົນ ແລະ ຕິດຂັດ ບໍ່ແມ່ນໄວ້ໃຫ້ຄົນປີນຂ້າມໄປມາ, ບັນຫາຄວາມແອອັດທາງດ້ານການສັນຈອນ ແລະ ຄວາມຫຍຸ້ງຍາກໃນການຂ້າມຖະໜົນເຂດຊຸມຊົນໃນຕົວເມືອງຍັງເປັນເລື່ອງທີ່ຕ້ອງໄດ້ຄິດຫາທາງອອກ ຖ້າອີງໃສ່ການຖອດຖອນບົດຮຽນໃນຕ່າງປະເທດໃນການແກ້ໄຂບັນຫາໃນເລື່ອງຄົນຍ່າງຂ້າມທາງໃນເຂດຊຸມຊົນ ພວກເຮົາຈະເຫັນໃນຕ່າງປະເທດມີຂົວຍົກລະດັບ (ສະພານລອຍ) ທີ່ໄວ້ໃຫ້ຄົນຍ່າງຂ້າມທາງຈາກອີກຟາກໜຶ່ງໄປຫາອີກຟາກໜຶ່ງ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດແກ່ຄົນຍ່າງໃນຂະນະທີ່ຍ່າງຂ້າມທາງ.

ຕໍ່ກັບບັນຫາດັ່ງກ່າວທາງນັກຂ່າວລາວໂພສໄດ້ແຈ້ງເລື່ອງໄປທີ່ສາຍດ່ວນລັດຖະບານ 1516 ແລະ ສາຍດ່ວນກະຊວງໂຍທາ ແລະ ຂົນສົ່ງ 1518, ເຊິ່ງເຈົ້າໜ້າທີ່ທີ່ຮັບສາຍຈະນຳເລື່ອງກ່ຽວກັບຄົນປີນຂ້າມແນວກັ້ນທາງສົ່ງຕໍ່ຫາພາກສ່ວນທີ່ກ່ຽວເພື່ອຄົ້ນຄວ້າຫາແນວທາງແກ້ໄຂ, ເຖິງແມ່ນວ່າໃນປັດຈຸບັນນະຄອນຫຼວງວຽງຈັນຈະບໍ່ມີຂ່າວຄາວໃນການສ້າງຂົວຍົກລະດັບໃນເຂດຊຸມຊົມຕົວເມືອງ (ທາງຂ້າມຈາກຄິວລົດຕະຫຼາດຂົວດິນເກົ່າໄປຫາຕະຫຼາດເຊົ້າ) ແຕ່ເຈົ້າໜ້າທີ່ໄດ້ກ່າວວ່າຈະນຳເລື່ອງດັ່ງກ່າວສະເໜີໄປຫາພາກສ່ວນທີ່ກ່ຽວຂ້ອງເພື່ອໃຫ້ຄົ້ນຄວ້າພິຈາລະນາຕື່ມກ່ຽວກັບເລື່ອງການສ້າງຂົວຍົກລະດັບ.

 

 

ຂຽນບົດໂດຍ: ບຸດສະດີ ສາຍນໍ້າມັດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...