spot_img
Homeຂ່າວພາຍ​ໃນເກີດເຫດລົດໃຫຍ່ຕໍາກັນ 5 ຄັນຊ້ອນ ທີ່ນະຄອນຫຼວງວຽງຈັນ

ເກີດເຫດລົດໃຫຍ່ຕໍາກັນ 5 ຄັນຊ້ອນ ທີ່ນະຄອນຫຼວງວຽງຈັນ

Published on

ໃນເວລາ 17 ໂມງ ຂອງວັນທີ 04 ກຸມພາ 2019 ໄດ້ເກີດອຸບັດຕິເຫດລົດໃຫຍ່ຕຳກັນ 5 ຄັນຊ້ອນ ຢ່າງຮຸນແຮງ ຢູ່ຕໍ່ໜ້າກະຊວງປ້ອງກັນຄວາມສະຫງົບ, ຖະໜົນໜອງບອນ,  ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ. ເຫດດັ່ງກ່າວ, ເກີດຂຶ້ນໃນຂະນະທີ່ລົດຜ່ອນຄວາມໄວລົງລໍຖ້າໄຟແດງ ໂດຍມີລົດຈິບເຊັບໂລເລັດຄັນໜຶ່ງຕໍາເອົາທ້າຍລົດເກັງ ເຮັດໃຫ້ແລ່ນໄປຊ້ວນເອົາທ້າຍລົດວີໂກ້ທີ່ຈອດຢູ່ຕໍ່ໜ້າຢ່າງແຮງຈົນຍົກຂຶ້ນຢອງຢູ່ເທິງລົດເກັງອີກຄັນຫນຶ່ງ ແລ້ວລົດວີໂກ້ ກໍ່ໄປຕຳເອົາລົດອີກຄັນຫນຶ່ງອີກທີ່ຈອດຢູ່ທາງໜ້າ ໂຊກດີບໍ່ມີໃຜໄດ້ຮັບບາດເຈັບສາຫັດ.

ທ່ານພັນຕີ ວິລະພົງ ສະເໜ່ຫາ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຕາມການກວດສອບເບື້ອງຕົ້ນພົບວ່າ: ອຸບັດຕິເຫດໄດ້ເກີດຂຶ້ນເວລາ 17 ໂມງ ໂດຍມີລົດທີ່ກ່ຽວພັນປະສົບເຫດທັງໝົດ 5 ຄັນ. ກ່ອນເກີດເຫດ, ລົດແຕ່ລະຄັນໄດ້ຜ່ອນຄວາມໄວລົງເພື່ອຈອດໄຟແດງ ແຕ່ລົດຈິບເຊັບໂລເລັດຄັນໜຶ່ງໄປຕຳເອົາທ້າຍຂອງເກັງຄັນໜຶ່ງ, ເຮັດໃຫ້ລົດເກັງແລ່ນໄປຊ້ວນເອົາທ້າຍລົດວີໂກ້ທີ່ຈອດຢູ່ຕໍ່ໜ້າຢ່າງແຮງຈົນຍົກຂຶ້ນຢອງຢູ່ເທິງລົດເກັງອີກຄັນຫນຶ່ງ ແລ້ວລົດວີໂກ ກໍ່ໄປຕຳເອົາລົດອີກຄັນໜຶ່ງອີກທີ່ຈອດຢູ່ທາງໜ້າ ເຊິ່ງລວມຈຳນວນລົດໃຫຍ່ທີ່ປະສົບອຸບັດຕິເຫດໃນຄັ້ງນີ້ມີ 5 ຄັນ, ແຕ່ຍັງໂຊກດີທີ່ບໍ່ມີຜູ້ໃດໄດ້ຮັບບາດເຈັບເຖິງຂັ້ນຮ້າຍແຮງ.

ຮອງຫົວຫນ້າພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ຕື່ມວ່າ: ສະເພາະໃນເດືອນ ມັງກອນ 2019 ຢູ່ນະຄອນຫຼວງວຽງຈັນ ເກີດອຸບັດຕິເຫດທັງໝົດ 147 ຄັ້ງ, ເຮັດໃຫ້ມີລົດເປເພເລັກນ້ອຍ 104 ຄັນ, ເປເພສົມຄວນ 170 ຄັນ, ໃຊ້ການບໍ່ໄດ້ 4 ຄັນ, ມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 62 ຄົນ, ບາດເຈັບສົມຄວນ 106 ຄົນ, ບາດເຈັບສາຫັດ 33 ຄົນ ແລະ ມີຜູ້ເສຍຊີວິດເຖິງ 19 ຄົນ. ສາເຫດຂອງອຸບັດຕິເຫດທີ່ເກີດຂຶ້ນສ່ວນໃຫຍ່ກໍຍ້ອນບັນຫາເກົ່າໆ ເຊັ່ນ: ຂັບຂີ່ລົດໄວ, ດື່ມສິ່ງມືນເມົາແລ້ວຂັບລົດ, ລ້ຽວລົດບໍ່ລະມັດລະວັງ ແລະ ອື່ນໆ. ສະເລ່ຍແລ້ວອາຍຸຂອງຜູ້ຂັບຂີ່ທີ່ມັກປະສົບອຸບັດຕິເຫດຫຼາຍກ່ວາໝູ່ໃນລະຫວ່າງ 16 ຫາ 30 ປີ.

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: Lao National Radio

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...