spot_img
Homeຂ່າວພາຍ​ໃນການຂັບຂີ່ຂອງຜູ້ທີ່ບໍ່ມີໃບອະນຸຍາດຂັບຂີ່ຖືເປັນໄພອັນຕະລາຍທີ່ຄຸກຄາມທຸກຄົນເທິງທ້ອງຖະໜົນ

ການຂັບຂີ່ຂອງຜູ້ທີ່ບໍ່ມີໃບອະນຸຍາດຂັບຂີ່ຖືເປັນໄພອັນຕະລາຍທີ່ຄຸກຄາມທຸກຄົນເທິງທ້ອງຖະໜົນ

Published on

ໃບຂັບຂີ່ຖືເປັນເອກະສານທິ່ສຳຄັນຢ່າງໜຶ່ງ, ບໍ່ພຽງແຕ່ນຳໃຊ້ໄວ້ເພື່ອເປັນເອກະສານສຳລັບການຢັ້ງຢືນ. ແຕ່ໝາຍເຖິງຄວາມສຳເລັດທີ່ບົ່ງບອກເຖິງຄວາມພ້ອມໃນການຂັບຂີ່ເທິງທ້ອງຖະໜົນ. ໃບຂັບຂີ່ເປັນເອກະສານຫລັກຖານທີ່ສະແດງໃຫ້ເຫັນວ່າຜູ້ຂັບຂີ່ດັ່ງກ່າວແມ່ນໄດ້ຮັບການຮຽນຮູ້,ມີຄວາມເຂົ້າໃຈ ແລະ ໄດ້ຜ່ານການສອບເສັງທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ. ເຊິ່ງຜູ້ມີໃບຂັບຂີ່ບໍ່ພຽງແຕ່ເປັນການບົ່ງບອກວ່າສາມາດຂັບລົດຈາກບ່ອນໜຶ່ງໄປຫາອີກບ່ອນໜຶ່ງໄດ້ຢ່າງຖືກຕ້ອງ, ເເຕ່ຍັງເປັນຜູ້ທີ່ມີຄວາມສາມາດໃນການຄວບຄຸມພາຫານະໃນກໍລະນີການລ້ຽວກັບຄືນ, ການຈອດ ຫລື ການຢຸດລົດໄດ້ຢ່າງຖືກຕ້ອງອີກດ້ວຍ.

ສິ່ງເຫລົ່ານີ້ຖືເປັນສິ່ງສຳຄັນເພາະວ່າ ລົດສາມາດເຮັດໃຫ້ເກີດການເສຍຊີວິດໄດ້. ປັດຈຸບັນລົດເກັງແມ່ນມີນໍ້າໜັກສະເລ່ຍ 2 ໂຕນຂຶ້ນໄປ ແລະ ຈາກບົດຄົ້ນຄ້ວາຜ່ານມາແມ່ນສະແດງໃຫ້ເຫັນວ່າພາຫະນະຂັບຂີ່ເເມ່ນມີຂະໜາດໃຫຍ່ຂຶ້ນໄປເລື້ອຍໆ.​

ເຊິ່ງອີງຕາມທິດສະດີຂັ້ນພື້ນຖານທາງຟິຊິກສາດຊີ້ໃຫ້ເຫັນວ່າ ວັດຖຸທີ່ມີນໍ້າໜັກມະຫາສານທີ່ເຄື່ອນທີ່ດ້ວຍຄວາມໄວສູງ ຈະສ້າງຜົນເສຍຫາຍຢ່າງໃຫຍ່ຫລວງໃຫ້ກັບວັດຖຸທີ່ມັນກະທົບໃສ່. ເຊິ່ງໝາຍຄວາມວ່າ ລົດກໍປຽບເໝືອນອາວຸດຂະໜາດໃຫຍ່ຊະນິດໜຶ່ງ ແລະ ເຄີຍມີການນຳໃຊ້ເຂົ້າໃນການກໍ່ການຮ້າຍ ແລະ ກໍ່ອາສະຍາກຳມາແລ້ວໃນຫລາຍໆປະເທດ ໃນຫລາຍໆເຫດການ ເຊັ່ນວ່າການນຳໃຊ້ລົດແລ່ນເຂົ້າໄປຕຳໃສ່ມວນຊົນເຮັດໃຫ້ເກີດມີຄົນບາດເຈັບລົ້ມຕາຍເປັນຈຳນວນຫລວງຫລາຍ.

ເສົາຄອນກຣີດໄດ້ຮັບການຕິດຕັ້ງຢູ່ໃນສະຖານທີ່ສຳຄັນເກົ້າແຫ່ງໃນໃຈການເມືອງເມລເບີນເພື່ອເປັນການປ້ອງກັນການໂຈມຕີຂອງກຸ່ມກໍ່ການຮ້າຍດ້ວຍການນຳໃຊ້ພາຫະນະ ຮູບພາບໂດຍ: Straits Times

ສະຖິຕິໃນການເກີດອຸບັດຕິເຫດຈຳນວນຫລວງຫລາຍໃນປະເທດລາວແມ່ນມີຄວາມກ່ຽວຂ້ອງກັບຜູ້ຂັບຂີ່ລົດ ໂດຍທີ່ບໍ່ມີໃບອະນຸຍາດຂັບຂີ່ທີ່ຖືກຕ້ອງ ແລະ ຜູ້ທີ່ຂັບລົດໄວເກີນກຳນົດ, ການຂັບລົດໂດຍບໍ່ສົນໃຈ ຫລື ເມີນເສີຍຕໍ່ປ້າຍຈາລະຈອນຕາມຖະໜົນ. ຜູ້ຂັບຂີ່ທີ່ບໍ່ມີໃບຂັບຂີ່ຈະບໍ່ມີຄວາມສາມາດໃນການຄວບຄຸມພາຫະນະໄດ້ຢ່າງເຕັມປະສິດທິພາບ, ມັກລ້ຽວລົດກັບໃນບ່ອນທີ່ມີຄວາມອັນຕະລາຍ ເພາະເຂົາເຈົ້າບໍ່ມີຄວາມເຂົ້າໃຈຕໍ່ກົດລະບຽບເທິງທ້ອງຖະໜົນ.

ເຊັ່ນດຽວກັບລົດຈັກ ແລະ ລົດສອງລໍ້ອື່ນໆ, ເຊິ່ງຜູ້ຂັບຂີ່ສວ່ນໃຫຍ່ແມ່ນມັກຈະຂຶ້ນຂັບລົດທັນທີ ໂດຍປາສະຈາກຄວາມຮູ້ກ່ຽວກັບກົດຈໍລະຈອນ ຫຼື ຮູ້ແລ້ວແຕ່ບໍ່ປະຕິບັດ. ເຮັດໃຫ້ນຳມາເຊິ່ງພຶດຕິກຳໃນການຂັບຂີ່ທີ່ຂັດຕໍ່ກົດຈະລາຈອນ ເປັນຕົ້ນເຊັ່ນ: ການຂີ່ລົດຕາມທາງຄົນຍ່າງ (ເຮັດໃຫ້ເປັນອັນຕະລາຍຕໍ່ຄົນຍ່າງ) ການລ້ຽວກັບໂດຍບໍ່ເບິ່ງຫົນ ທາງຈາລະຈອນ ຫລື ການລ້ຽວກັບໂດຍບໍ່ມີການໃຫ້ສັນຍານໃດໆ, ແລະ ລົດຈັກສ່ວນໃຫຍ່ມີນໍ້າໜັກພຽງແຕ່ 250 ກິໂລກຣາມ: ໂດຍປາສະຈາກສິ່ງປ້ອງກັນໃດໆ ເມື່ອລົດໃຫຍ່ເຊິ່ງທີ່ນໍ້າໜັກສອງໂຕນແລ່ນມາດ້ວຍຄວາມໄວ ຕຳໃສ່ກັບລົດຈັກຈະເກີດຫຍັງຂຶ້ນ? ແນ່ນອນຕ້ອງເກີດມີການເສຍຊີວິດຂື້ນ.

ອີງຕາມດຳລັດວ່າດ້ວຍການປັບໃຫມ ແລະ ມາຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດຫມາຍ ກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການຮັກສາທາງຫລວງ ປີ 2007. ການປັບໃໝສຳລັບຜູ້ຂັບຂີ່ທີ່ມີອາຍຸຕໍ່າກວ່າເກນ (ແລະ ຜູ້ທີ່ບໍ່ມີໃບອະນຸຍາດການຂັບຂີ່) ແມ່ນພຽງແຕ່ 50,000 ຕໍ່ຄັ້ງເທົ່ານັ້ນ. ສຳລັບຜູ້ຂັບຂີ່ທີ່ບໍ່ມີໃບຂັບຂີ່ລົດໃຫຍ່ທີ່ມີນໍ້າໜັກເຖິງ ສອງໂຕນອອກໄປແລ່ນໃນທ້ອງຖະໜົນດ້ວຍຄວາມໄວ, ຖືກປັບໃໝພຽງແຕ່ 50,000 ກີບໃນຂະນະທີ່ຄົນອື່ນທີ່ຮ່ວມຖະໜົນນຳແມ່ນມີຄວາມສ່ຽງເຖິງຂັ້ນເສຍຊີວິດ.

ໃນບໍ່ດົນຜ່ານມານີ້ ທີ່ ສປ ຈີນໄດ້ມີການຕັດສິນປະຫານຊີວິດສຳລັບຄົນຂັບລົດໃນຂະທີ່ມຶນເມົາ ທີ່ຂັບລົດແລ່ນເຂົ້າໄປຕຳເອົາຝູງຊົນເຮັດໃຫ້ມີຜູ້ເສຍຊີວິດເຖິງ 15ຄົນ ແລະ ບາດເຈັບອີກ 43 ຄົນ ທີ່ນະຄອນຫລວງປັກກິ່ງ.

ການຂັບຂີ່ລົດໂດຍບໍ່ມີໃໍບອະນຸຍາດການຂັບຂີ່ຄວນຈະຖືເປັນອາຊະຍາກຳອີກໜຶ່ງປະເພດ ທີ່ຈະຕ້ອງມີການເອົາໃຈໃສ່ຢ່າງຈິງຈັງທັງຈາກປະຊາຊົນ ແລະ ເຈົ້າໜ້າທີ່. ບົດລົງໂທດຄວນມີຄວາມສອດຄ່ອງກັບການກະທຳຜິດ ບໍ່ວ່າຈະເປັນການປັບໃໝທີ່ມີມູນຄ່າຫລາຍຂຶ້ນຫລືການຖືກກັກຂັງຢ່າງເໝາະສົມ ເພື່ອພິຈາລະນາເຖິງຜົນທີ່ຕາມມາ ແລະ ເຂົ້າໃຈເຖິງຄວາມສ່ຽງທີ່ຈະເກີດຂື້ນໄດ້ໄວຂຶ້ນ.

ສຳລັບຜູ້ທີ່ມີໃບອະນຸຍາດຂັບຂີ່ທີ່ຖືກຕ້ອງ ແຕ່ບໍ່ປະຕິບັດຕາມກົດລະບຽບຈາລະຈອນ ຄວນຈະຖືກລົງ ໂທດຢ່າງເໝາະສົມ, ເຊັ່ນການຢືດຄືນໃບຂັບຂີ່ຖ້າຫາກມີການປະຕິບັດຜິດກົດຈາລະຈອນຫລາຍຄັ້ງຈົນເກີນໄປ.

ໃບອະນຸຍາດການຂັບຂີ່ແມ່ນມີຄວາມສຳຄັນ, ແລະ ຈະຕ້ອງເອົາໃຈໃສ່ປະຕິບັດຢ່າງ ຈິງຈັງ ການຂັບຂີ່ໂດຍບໍ່ມີໃບອະນຸຍາດຂັບຂີ່ທີ່ຖືກຕ້ອງ ນຳມາເຊິ່ງຄວາມອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງຕົນເອງ ແລະ ຄົນອື່ນ. ຖ້າຫາກທ່ານຍັງບໍ່ມີໃບຂັບຂີ່ ທ່ານຄວນພິຈາລະນາໄປສອບເສັງໃບອະນຸຍາດຂັບຂີ່ຕັ້ງແຕ່ມື້ນີ້ເປັນ ຕົ້ນໄປ, ໄປຮຽນຮູ້ກົດລະບຽບ ແລະ ການຂັບຂີ່ທີ່ຖືກຕ້ອງ ແລະ ຊ່ວຍກັນເຮັດໃຫ້ທ້ອງຖະໜົນມີຄວາມປອດໄພໃນການຂັບຂີ່ສຳລັບທຸກໆຄົນ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ.

ຮູບພາບ: ການເກີດອຸປະຕິເຫດທີ່ນະຄອນຫຼວງວຽງຈັນ, ເສົາຄອນກຣີດເມືອງເມລເບີນ Straits Times, ອຸປະຕິເຫດທີ່ ສປ ຈີນ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...