spot_img
Homeຂ່າວທ້ອງຖິ່ນນາຍບ້ານສ້າງເຫວີຍຫ້າມລູກບ້ານຈູດຂີ້ເຫຍື້ອ ແລະ ຖິ້ມຂີ້ເຫຍື້ອຊະຊາຍ

ນາຍບ້ານສ້າງເຫວີຍຫ້າມລູກບ້ານຈູດຂີ້ເຫຍື້ອ ແລະ ຖິ້ມຂີ້ເຫຍື້ອຊະຊາຍ

Published on

ທຸກເຊົ້າ-ແລງຈະໄດ້ຍິນສຽງດັງຈາກໂທລະໂຄ່ງຫ້ອງການບ້ານເລື່ອງການຫ້າມຈູດຂີ້ເຫຍື້ອ ແລະ ການຫ້າມຖິ້ມຂີ້ເຫຍື້ອຊະຊາຍ ກາຍເປັນສຽງທີ່ລູກບ້ານ ບ້ານສ້າງເຫວີຍໄດ້ຍິນຈົນຕິດຫູ ທ່ານ ອຸດອນໄຊ ສີສົມພອນ, ນາຍບ້ານ ບ້ານສ້າງເຫວີຍ ມີແນວຄິດລິເລີ່ມໃນການປະຕິບັດຢ່າງຈິງຈັງກ່ຽວກັບບັນຫາສິ່ງແວດລ້ອມ, ມົນລະພິດທາງອາກາດໃນເຂດຊຸມຊົນ ໂດຍສະເພາະການຫ້າມຈູດຂີ້ເຫຍື້ອ ແລະ ບັນຫາການຖິ້ມຂີ້ເຫຍື້ອແບບຊະຊາຍ.

ນາຍບ້ານ ບ້ານສ້າງເຫວີຍ ໄດ້ໃຫ້ສຳພາດຕໍ່ນັກຂ່າວລາວໂພສຕ໌ວ່າ ອີງຕາມຄຳສັ່ງຂອງທາງເຈົ້າຄອງນະຄອນຫຼວງວຽງຈັນ, ສະບັບເລກທີ 002/ຈນວ, ອີງຕາມແຈ້ງການເຈົ້າເມືອງ ສີສັດຕະນາກ ສະບັບເລກທີ 34/ຈມ.ມສນ, ລົງວັນທີ 29 ກັນຍາ 2014, ອີງຕາມກົດລະບຽບຂອງບ້ານ ເພື່ອເປັນການຜັນຂະຫຍາຍດຳລັດ, ຄຳສັ່ງຕ່າງໆໃຫ້ກາຍເປັນຮູບປະທຳ ແລະ ໂດຍສ່ວນຕົວນາຍບ້ານເອງກໍ່ເປັນຄົນມັກຄວາມສະອາດຈົບງາມຢູ່ແລ້ວ ດັ່ງນັ້ນ, ຈິ່ງຢາກເຫັນບ້ານສ້າງເຫວີຍເປັນບ້ານທີ່ສະອາດ ແລະ ນອກຈາກນີ້ ທາງນາຍບ້ານ ແລະ ຄະນະອົງການຈັດຕັ້ງບ້ານຍັງໃຫ້ຄວາມສຳຄັນກ່ຽວກັບການແກ້ໄຂບັນຫາມົນລະພິດທາງອາກາດທີ່ປະຈຸບັນນັບມື້ນັບເພີ່ມຂຶ້ນ, ເຊິ່ງຄວັນຈາກການຈູດຂີ້ເຫຍື້ອກໍ່ເປັນປັດໄຈໜຶ່ງທີ່ກໍ່ໃຫ້ເກີດມົນລະພິດ, ລົບກວນຄົນຢູ່ອາໄສເຮັດໃຫ້ຫາຍໃຈບໍ່ສະດວກ ແລະ ເປັນໜຶ່ງໃນສາເຫດການເກີດອັກຄີໄພ, ໂດຍໄລຍະຜ່ານມາເຄີຍມີຊາວຕ່າງຊາດທີ່ອາໄສຢູ່ໃນເຂດບ້ານສ້າງເຫວີຍໄປແຈ້ງກັບທາງຫ້ອງການບ້ານ ເນື່ອງຈາກຄວັນເຜົາໄໝ້ໄດ້ສົ່ງຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ (ລູກຂອງຊາວຕ່າງຊາດ) ເພື່ອໃຫ້ທຸກຄົນທີ່ອາໄສຢູ່ໃນເຂດບ້ານສ້າງເຫວີຍບໍ່ວ່າຈະເປັນຄົນລາວ ຫຼື ຕ່າງຊາດ ໄດ້ຢູ່ໃນສະພາບແວດລ້ອມທີ່ສະອາດ ແລະ ປອດຄວັນຈາກການຈູດຂີ້ເຫຍື້ອ.

ນາຍບ້ານຍັງກ່າວໃຫ້ຮູ້ຕື່ມອີກວ່າ ທາງບ້ານມີການລະດົມປະຊາຊົນໃນເຂດບ້ານອອກແຮງງານອະນາໄມວັນເສົາ ບໍ່ວ່າຈະເປັນການເກັບຂີ້ເຫຍື້ອ, ການເກັບມ້ຽນຂີ້ເຫຍື້ອໃຫ້ເປັນບ່ອນ, ການຖາງປ່າຮົກເຮື້ອໃຫ້ແປນເພື່ອບໍ່ໃຫ້ເປັນບ່ອນສວາຍໂອກາດຂອງຄົນມາລັກຖິ້ມຂີ້ເຫຍື້ອ ແລະ ເປັນບ່ອນລີ້ຊ້ອນຂອງພວກກຸ່ມຄົນບໍ່ດີ.

ນອກຈາກນີ້, ທາງບ້ານຍັງມີແຜນລົງກວດກາ ແລະ ສຶກສາອົບຮົບວຽກງານຄວາມສະອາດໃນເຂດຫ້ອງແຖວ ເພື່ອໃຫ້ຄົນທີ່ອາໄສໃນຫ້ອງແຖວໄດ້ມີສ່ວນຮ່ວມໃນການປະຕິບັດວຽກງານດັ່ງກ່າວຢ່າງເຄັ່ງຄັດ ແລະ ທາງບ້ານຍັງມີມາດຕະການລົງໂທດແກ່ຜູ້ທີ່ບໍ່ປະຕິບັດຕາມ ໂດຍສະເພາະຄົນທີ່ລັກເອົາຂີ້ເຫຍື້ອມາຖິ້ມຊະຊາຍບໍ່ວ່າຈະເປັນໃຜກໍ່ຕາມ ຫາກທາງບ້ານຈັບໄດ້ຈະປັບໄໝ 1 ກິໂລ 40.000 ກີບ, ສ່ວນຄົນທີ່ຈູດຂີ້ເຫຍື້ອກໍ່ຈະໄດ້ຮັບການລົງໂທດເຊັ່ນດຽວກັນ ທາງບ້ານຈະມີໜ່ວຍສະເພາະກິດ ຕິດຕາມກ່ຽວກັບເລື່ອງນີ້ ຄັ້ງທີ 1 ທາງບ້ານຈະປະກາດກ່າວເຕືອນຜ່ານໂທລະໂຄ່ງບ້ານ ໂດຍຈະລະບຸຢູ່ຈຸດນັ້ນ, ຄຸ້ມນັ້ນ, ໜ່ວຍນັ້ນມີການຈູດຂີ້ເຫຍື້ອ, ຄັ້ງທີ 2 ຫາກຍັງເຫັນຜູ້ເກົ່າຈູດຂີ້ເຫຍື້ອອີກທາງບ້ານຈະເຊີນຜູ້ກ່ຽວເຂົ້າມາສຶກສາອົບຮົມ ແລະ ເຮັດບົດບັນທຶກກັບທາງບ້ານໄວ້, ຄັ້ງທີ່ 3 ຫາກຜູ້ກ່ຽວຍັງປະພຶດຄືເກົ່າທາງບ້ານຈະເຊີນຜູ້ກ່ຽວມາດຳເນີນຕາມລະບຽບກົດໝາຍຂອງບ້ານ.

ທ່ານຮູ້ ຫຼື ບໍ່? ອັນຕະລາຍຈາກການແຜ່ກະຈາຍຂອງສານເຄມີຈາກຂະບວນການເຜົາໄໝ້ ໂດຍສະເພາະແມ່ນການເຜົາປະເພດຢາງຈະກໍ່ໃຫ້ເກີດສານໄດອອກຊິນ ເປັນສານປະກອບທາງເຄມີທີ່ອັນຕະລາຍທີ່ສຸດ ແລະ ສາມາດທຳລາຍລະບົບຕ່າງໆໃນຮ່າງກາຍ ໂດຍກໍ່ໃຫ້ເກີດຄວາມສ່ຽງຂອງໂຣກຫົວໃຈ, ລະບົບທາງເດີນຫາຍໃຈເຊັ່ນ: ໂຣກຫອບຫືດ, ໂຣກພູມແພ້, ເຈັບຫົວ, ທຳລາຍລະບົບປະສາດ, ໝາກໄຂ່ຫຼັງ ແລະ ປອດ. 

 

 

 

ຂຽນບົດໂດຍ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ນາຍບ້ານບ້ານສ້າງເຫວີຍ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...