Homeຂ່າວທ້ອງຖິ່ນຂີ່ລົດແຂ່ງກັນ-ລ່ວງໄຟແດງ, ຮຽງກັນເປັນໜ້າກະດານ ແລະ ບໍ່ເຄົາລົບສິດຂອງຜູ້ອື່ນຈະເສຍຄ່າປັບເທົ່າໃດ?

ຂີ່ລົດແຂ່ງກັນ-ລ່ວງໄຟແດງ, ຮຽງກັນເປັນໜ້າກະດານ ແລະ ບໍ່ເຄົາລົບສິດຂອງຜູ້ອື່ນຈະເສຍຄ່າປັບເທົ່າໃດ?

Published on

ອາທິດທີ່ແລ້ວ ພວກເຮົາໄດ້ນໍາສະເໜີໄປແດ່ແລ້ວ ກ່ຽວກັບການກໍານົດອັດຕາປັບໃໝຜູ້ລະເມີດລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ ແຕ່ເປັນພຽງບາງມາດຕາເທົ່ານັ້ນ. ດັ່ງນັ້ນ, ພວກເຮົາຈຶ່ງໄດ້ນໍາເອົາຂໍ້ມູນທີ່ເຫຼືອມາເຜີຍແຜ່ໃຫ້ທ່ານຜູ້ອ່ານທັງຫຼາຍໄດ້ຮູ້ກັນ ເພື່ອໃຫ້ຜູ້ຂັບຂີ່ລົດທຸກປະເພດ ກໍຄືຜູ້ໃຊ້ຖະໜົນໃຫ້ມີສະຕິຕື່ນຕົວຕໍ່ລະບຽບກົດໝາຍ ເຮັດໃຫ້ການຈະລາຈອນທາງບົກມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະດວກ, ປອດໄພ ແລະ ເປັນເອກະພາບກັນທົ່ວປະເທດ.

ອີງຕາມລໍາລັດວ່າດ້ວຍການປັປໃໝ ແລະ ມາດຕະການຕ່າງໆ ຜູ້ລະເມີດລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ເລກທີ 188/ນຍ:

ມາດຕາ 8 ການຂີ່ລົດແຂ່ງກັນ ໂດຍບໍ່ໄດ້ຮັບອະນຸຍາດ: ຜູ້ຂັບຂີ່ນັບແຕ່ສອງຄົນຂຶ້ນໄປ ຫາກໄດ້ຂັບລົດແຂ່ງກັນຢູ່ຕາມເສັ້ນທາງຈະລາຈອນ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ຕາມປະເພດລົດຄື: ລົດຖີບ 10.000 ກີບ; ລົດຈັກ, ລົດ 3 ລໍ້ຕິດເຄື່ອງຈັກ  100.000 ກີບ; ລົດເບົາ (ເກັງ, ກະບະ, ຈິບ, ຕູ້) 500.000 ກີບ; ລົດໂດຍສານ 4 ລໍ້ ແລະ ລົດບັນທຸກ 6 ລໍ້ 600.000 ກີບ; ລົດບັນທຸກ 10 ລໍ້ຂຶ້ນໄປ ແລະ ລົດເມໂດຍສານ 700.000 ກີບ.

ມາດຕາທີ 9 ການຂັບຂີ່ລົດຮຽງກັນ: ຜູ້ຂັບຂີ່ລົດທຸກຊະນິດຕາມເສັ້ນທາງຫຼວງທີ່ມີແຕ່ສອງຊ່ອງທາງຕ້ອງຂັບຂີ່ເປັນແຖວດຽວ, ຍົກເວັ້ນໃນເວລາແຊງກັນຂຶ້ນໜ້າ ຖ້າຫາກຂັບຂີ່ລົດຮຽງກັນເປັນໜ້າກະດານເກີນ 2 ຄັນຂຶ້ນໄປຈະປັບໃໝຕາມປະເພດລົດຄື: ລົດຖີບ 10.000 ກີບ; ລົດຈັກ 50.000 ກີບ; ລົດ 3 ລໍ້ຕິດເຄື່ອງຈັກ ແລະ ລົດໄຖນາເດີນຕາມ 70.000 ກີບ.

ມາດຕາທີ 10 ການຂັບຂີ່ລົດລ່ວງໄຟອໍານາດ, ປ້າຍຫ້າມ, ປ້າຍບອກຢຸດ: ຖ້າຜູ້ຂັບຂີ່ລົດຄັນໃດລ່ວງໄຟແດງ, ປ້າຍຫ້າມຜ່ານ ຫຼື ປ້າຍບອກຢຸດ ຈະຖືກປັບໃໝຄື: ລົດຖີບ 15.000 ກີບ; ລົດຈັກ, ລົດ 3 ລໍ້ຕິດເຄື່ອງຈັກ  50.000 ກີບ; ລົດເບົາ (ເກັງ, ກະບະ, ຈິບ, ຕູ້) 70.000 ກີບ; ລົດໂດຍສານ 4 ລໍ້ 100.000 ກີບ; ບັນທຸກ 6 ລໍ້ 150.000 ກີບ; ລົດບັນທຸກ 10 ລໍ້ຂຶ້ນໄປ ແລະ ລົດເມໂດຍສານ 200.000 ກີບ.

ມາດຕາທີ 11 ການຂັບຂີ່ລົດໂດຍບໍ່ເຄົາລົບສິດຂອງຜູ້ອື່ນ: ຜູ້ຂັບຂີ່ລົດໃດຫາກຂັບລົດ ໂດຍບໍ່ເຄົາລົບສິດທິຂອງຜູ້ອື່ນເຊັ່ນ: ເມື່ອເຂົ້າສູ່ທາງຄົບ ຫຼື ທາງແຍກທີ່ສະເໝີກັນ ແລ້ວບໍ່ປ່ອຍທາງໃຫ້ຜູ້ທີ່ຢູ່ເບື້ອງຂວາມືໄປກ່ອນ ຫຼື ເມື່ອເຂົ້າສູ່ທາງວົງວຽນກໍບໍ່ປ່ອຍທາງໃຫ້ລົດຢູ່ໃນວົງວຽນໄປກ່ອນ ຈະຖືກປັບໃໝ່ຕາມປະເພດລົດຄື: ລົດຈັກ, ລົດ 3 ລໍ້ຕິດເຄື່ອງຈັກ 30.000 ກີບ; ລົດເບົາ (ເກັງ, ກະບະ, ຈິບ, ຕູ້) 70.000 ກີບ; ລົດໂດຍສານ 4 ລໍ້ 100.000 ກີບ; ບັນທຸກ 6 ລໍ້ 150.000 ກີບ; ລົດບັນທຸກ 10 ລໍ້ຂຶ້ນໄປ ແລະ ລົດເມໂດຍສານ 200.000 ກີບ.

ທ່ານສາມາດຕິດຕາມມາດຕາອື່ນໆ ກ່ຽວກັບການກໍານົດອັດຕາປັບໃໝ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັານການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ໃນມື້ຕໍ່ໄປໄດ້ທີ່ https://laopost.com/.

 

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ສໍານັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...