spot_img
Homeຂ່າວທ້ອງຖິ່ນປີນີ້! ໂຈະກໍ່ສ້າງເສັ້ນທາງໃນນະຄອນຫຼວງວຽງຈັນ ຊົ່ວຄາວ 5 ເສັ້ນ

ປີນີ້! ໂຈະກໍ່ສ້າງເສັ້ນທາງໃນນະຄອນຫຼວງວຽງຈັນ ຊົ່ວຄາວ 5 ເສັ້ນ

Published on

ການກໍ່ສ້າງເສັ້ນທາງໃນ ນະຄອນຫຼວງວຽງຈັນ ສະເພາະ ປີ 2019 ຈະໂຈະການກໍ່ສ້າງຊົ່ວຄາວຈໍານວນ 5 ເສັ້ນທາງຄື: ແຕ່ສາມແຍກດອນນົດຂຸ້ມ-ສ້າງເຫວີຍ-ຈອມເພັດ ແລະ ສວນມອນ-ສ້າງເຫວີຍ-ດົງສະຫວາດ; ເສັ້ນທາງກິໂລແມັດ 22-ບ້ານຫົວຊຽງ-ທາງ 450 ປີ; ໜອງໜ້ຽວ-ບ້ານຈັດສັນ-ໜອງແຕ່ງ; T5 (ໄລຍະ 1 ແລະ 2); ເພຍລາດ-ເຕົາໄຫ-ຊາຍແດນແຂວງ ວຽງຈັນ ທີ່ເລີ່ມການກໍ່ສ້າງມາແຕ່ປີ 2011 ລວມມູນຄ່າ 924 ຕື້ກວ່າກີບ, ມີຄວາມຍາວທັງໝົດ 62,4 ກິໂລແມັດ ເນື່ອງຈາກບໍລິສັດມີບັນຫາທາງດ້ານການເງິນ ແລະ ການໄກ່ເກ່ຍກັບສິ່ງກີດຂວາງບໍ່ລົງຮອຍ-ບໍ່ສາມາດຕົກລົງກັນໄດ້.

ຂະແໜງຂົວທາງ, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ລາຍງານໃນວັນທີ 31 ມັງກອນ 2019 ຜ່ານມາວ່າ: ບັນດາໂຄງການລົງທຶນກ່ອນທີ່ໄດ້ມີການຢຸດຈັດຕັ້ງປະຕິບັດຊົ່ວຄາວໃນນະຄອນຫຼວງວຽງຈັນ ໃນປີ 2019 ລວມມູນຄ່າ 924 ຕື້ກວ່າກີບ, ມີຄວາມຍາວທັງໝົດ 62,ຼ4 ກິໂລແມັດ ເຊິ່ງປະກອບມີຄື:

  • ເສັ້ນທາງ ແຕ່ສາມແຍກດອນນົດຂຸ້ມ-ສ້າງເຫວີຍ-ຈອມເພັດ ປູເປຕົງຄວາມຍາວ 4,8 ກິໂລແມັດ, ຄ່າລົງທຶນ 88,9 ຕື້ກວ່າກີບ.
  • ເສັ້ນທາງ ສວນມອນ-ສ້າງເຫວີຍ-ດົງສະຫວາດ ປູເປຕົງຍາວ 2,9 ກີໂລແມັດ, ມູນຄ່າ 56 ຕື້ກວ່າກີບ ທີ່ເລີ່ມກໍ່ສ້າງມາແຕ່ປີ 2011 ສໍາເລັດແລ້ວ 62%.
  • ເສັ້ນທາງ ກິໂລແມັດ 22-ບ້ານຫົວຊຽງ-ທາງ 450 ປີ ປູດ້ວຍເປຕົງຍາວ 19 ກິໂລແມັດ, ມູນຄ່າ 524 ຕື້ກວ່າກີບ ສ້າງມາແຕ່ທ້າຍປີ 2012 ສໍາເລັດ 56%.
  • ເສັ້ນທາງ ໜອງໜ້ຽວ-ບ້ານຈັດສັນ-ໜອງແຕ່ງ ປູຍາງ 2 ຊັ້ນຍາວ 7,7 ກິໂລແມັດ, ມູນຄ່າ 33 ຕື້ກວ່າກີບ ສ້າງແຕ່ປີ 2012 ສໍາເລັດ 33%.
  • ເສັ້ນທາງT5 (ໄລຍະ 1) ປູເປຕົງຍາວ 3 ກິໂລແມັດ, ມູນຄ່າ 66 ຕື້ກວ່າກີບ ສ້າງແຕ່ປີ 2011 ສໍາເລັດ 25%.
  • ເສັ້ນທາງ T5 ( ໄລຍະທີ 2) ປູເປຕົງຍາວ 2,2 ກິໂລແມັດ, ມູນຄ່າ 48,6 ຕື້ກີບ ສ້າງແຕ່ປີ 2011 ສໍາເລັດພຽງ 8%.
  • ເສັ້ນທາງ ເພຍລາດ-ເຕົາໄຫ-ຊາຍແດນແຂວງ ວຽງຈັນ ປູເບຕົງມີຄວາມຍາວຫຼາຍກວ່າໝູ່ 22,7 ກິໂລແມັດ, ມູນຄ່າ 105 ຕື້ກວ່າກີບ ສ້າງແຕ່ປີ 2012 ສໍາເລັດແລ້ວ 52%.

ປັດຈຸບັນ, ໂຄງການຢຸດເຊົາກໍ່ສ້າງຊົ່ວຄາວ ເນື່ອງຈາກບໍລິສັດມີບັນຫາທາງດ້ານການເງິນ (ທະນາຄານບໍ່ປ່ອຍເງິນກູ້ຢືມ) ແລະ ການໄກ່ເກ່ຍກັບສິ່ງກີດຂວາງບໍ່ລົງຮອຍ-ບໍ່ສາມາດຕົກລົງກັນໄດ້, ບາງເສັ້ນທາງໃຊ້ເວລາ 2 ປີຍັງໄກ່ເກ່ຍບໍ່ສໍາເລັດ.

ສະເພາະເສັ້ນທາງແຕ່ວົງວຽນຈີ່ນາຍໂມ້-ບໍ່ໂອ-ເມືອງຫາດຊາຍຟອງ ທີ່ຢຸດກໍ່ສ້າງຊົ່ວຄາວມາແຕ່ກາງປີ 2017 ຫຼ້າສຸດໄດ້ກັບມາເຈລະຈາກັບຫົວໜ້າຄຸມຄອງໂຄງການ ແລະ ເຫັນດີຈະສືບຕໍ່ກໍ່ສ້າງທັນທີ ເພາະເສັ້ນທາງດັ່ງກ່າວ, ໜ້າວຽກສ່ວນໃຫຍ່ສໍາເລັດແລ້ວ ເຊັ່ນ: ວຽກຮ່ອງລະບາຍນໍ້າ, ປູທາງໄດ້ເຄິ່ງໜຶ່ງ ຄາດວ່າພາຍໃນປີ 2019 ປະຊາຊົນທີ່ອາໄສຢູ່ລຽບແຄມຂອງນັບແຕ່ຈີ່ນາຍໂມ້ລົງໄປເຖິງບ້ານຊາຍຟອງ ມີປະມານ 10 ກວ່າບ້ານຈະໄປ-ມາສະດວກສົມກັບການລໍຄອຍ.

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: vientianemai.ne

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...