spot_img
Homeຂ່າວທ້ອງຖິ່ນຄວາມຈິງ! ຄບຕ ແຈ້ງ ຖ້າເຫັນຄົນລັກຖີ້ມຂີ້ເຫຍື້ອຕ້ອງຖ່າຍຮູບສົ່ງ ພ້ອມຮັບ 30% ຈາກການປັບໃໝ

ຄວາມຈິງ! ຄບຕ ແຈ້ງ ຖ້າເຫັນຄົນລັກຖີ້ມຂີ້ເຫຍື້ອຕ້ອງຖ່າຍຮູບສົ່ງ ພ້ອມຮັບ 30% ຈາກການປັບໃໝ

Published on

ໃນວັນທີ 3 ກຸມພາ 2019 ເວລາ 00:03 ໂມງ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ແຈ້ງຜ່ານສື່ອອນລາຍນ໌ (ເຟສບຸກ) ຂໍຄວາມຮ່ວມມືຈາກພົນລະເມືອງດີ ຖ້າໃຜພົບເຫັນຄົນລັກຖີ້ມຂີ້ເຫຍື້ອຕ້ອງຖ່າຍຮູບໝາຍເລກທະບຽນລົດ ແລ້ວສົ່ງຂໍ້ມູນໃຫ້ທາງ ຄຕບ ທີ່ເບີໂທລະສັບ 56621164 ພ້ອມມີຄ່າສົມມະນາບຸນຄຸນ 30% ຂອງມູນຄ່າປັບໄໝ.

ທີມງານ ເວັບໄຊສ໌ຂ່າວ ລາວໂພສຕ໌ ໄດ້ສອບຖາມຂໍ້ມູນເພີ່ມຕື່ມກັບ ຄບຕ ໂດຍກ່າວວ່າ: ຈາກຂໍ້ມູນທີ່ລົງໃນເຟສບຸກນັ້ນເປັນຄວາມຈິງແທ້ ເຊິ່ງທາງ ຄບຕ ໄດ້ເລີ່ມປະຕິບັດມາແຕ່ຕົ້ນປີ 2017. ການຈັດຕັ້ງປະຕິບັດດັ່ງກ່າວ, ພວກເຮົາໄດ້ສົມທົບກັບອໍານາດປົກຄອງບ້ານ ໂດຍອໍານາດປົກຄອງບ້ານນໍາເອົາກໍາລັງກອງຫຼອນບ້ານໄປກັກຜູ້ລະເມີດ ແລະ ຖ້າມີບຸກຄົນໃດແຈ້ງຂໍ້ມູນ ຫຼື ຖ່າຍຮູບໝາຍເລກທະບຽນລົດ ພວກເຮົາຈະນໍາເອົາເລກທະບຽນໄປເບິ່ງຢູ່ທີ່ກົມຄຸ້ມຄອງພາຫະນະ ເພື່ອກວດກາເບິ່ງວ່າເປັນລົດຂອງໃຜ, ຢູ່ບ້ານບ້ານໃດ, ເມືອງໃດ ກໍແຈ້ງໃຫ້ອໍານາດປົກຄອງບ້ານກວດກາຄືນວ່າລົດຄັນດັ່ງກ່າວຢູ່ບ້ານຂອງຕົນແທ້ບໍ່ ຫຼັງຈາກນັ້ນ, ໃຫ້ບ້ານເຊີນຜູ້ກ່ຽວມາ ແລ້ວພວກເຮົາກໍລົງໄປແກ້ໄຂ້ ໂດຍມີຂໍ້ມູນຫຼັກຖານອ້າງອີງທີ່ຮັດກຸມສົມຄວນ. ສໍາລັບຜູ້ກະທໍາຜິດຈະຖືກປັບໃໝ 40.000 ກີບ/ກິໂລກຣາມ ໃນນັ້ນ, ໄດ້ແບ່ງອອກ 30% ເປັນຂອງ ຄບຕ, ອີກ 70% ເປັນຂອງບ້ານ ແລ້ວເອົາ 70% ມາຕັ້ງເປັນ 100% ແລ້ວແບ່ງໃຫ້ຜູ້ແຈ້ງຂໍ້ມູນ 30%.

ສຸດທ້າຍຝາກເຖິງພໍ່ແມ່ປະຊາຊົນ ກໍຄືຄົນໃນສັງຄົມທຸກພາກສ່ວນໃຫ້ເປັນເຈົ້າການຮ່ວມກັນ ເພື່ອຮັກສາຄວາມສະອາດຂອງບ້ານເມືອງ ແລະ ບ້ານເຮົາ ຖ້າທຸກຄົນເປັນຜູ້ຜະລິດຂີ້ເຫຍື້ອ ແລະ ທຸກຄົນເປັນຜູ້ກໍາຈັດຄິດວ່າບ້ານເມືອງເຮົາກໍຈະມີຄວາມສະອາດ ເຊິ່ງຜ່ານມາຍັງມີຄົນຈໍານວນໜຶ່ງທີ່ຖືເບົາມັກງ່າຍສວາຍໂອກາດລັກຖີ້ມຂີ້ເຫຍື້ອໃນສະຖານທີ່ຫວ່າງເປົ່າ, ບ່ອນຫ່າງໄກສອກຫຼີກ, ຮ່ອງລະບາຍນໍ້າ ຫຼື ຖະໜົນຫົນທາງທີ່ຫ່າງຈາກເຮືອນຄົນ. ຕໍ່ກັບວຽກງານດັ່ງກ່າວ, ຈະໃຫ້ອົງການໃດໜຶ່ງຮັບຜິດຊອບມັນກໍເປັນໄປໄດ້ຍາກ ເພາະຜູ້ຜະລິດຂີ້ເຫຍື້ອມີຈໍານວນຫຼາຍ ສະນັ້ນ, ທຸກຄົນຕ້ອງມີສ່ວນຮ່ວມ ແລະ ເປັນເຈົ້າການນໍາກັນ.

ສໍາລັບກົດໝາຍກ່ຽວກັບການຖິ້ມຂີ້ເຫຍື້ອຊະຊາຍນີ້, ຍັງບໍ່ມີກົດໝາຍອອກມາເທື່ອ ປັດຈຸບັນ, ມີແຕ່ໃຊ້ມະຕິ, ກົດລະບຽບຂອງອົງການປົກຄອງ ແລະ ພວກເຮົາກໍໄດ້ຂຽນເປັນແຜນຍຸດທະສາດ ເຊິ່ງຈະມີການໃຊ້ເວລາໃນການຜ່ານແຕ່ລະຂັ້ນຕອນ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ)

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...