spot_img
Homeຂ່າວຕ່າງປະເທດຄໍເລັກຊັນໃໝ່ຂອງ Gucci?

ຄໍເລັກຊັນໃໝ່ຂອງ Gucci?

Published on

ມີຫຼາຍແບຣນດັງລະດັບໂລກອອກຄໍເລັກຊັນມາໃໝ່ເທື່ອໃດ ຕ້ອງມີແນວເຊີໄພໃຫ້ຕື່ນໃຈທຸກເທື່ອ ໂດຍໃນຊ່ວງ 2-3 ປີຜ່ານມາຕ້ອງຍົກໃຫ້ກັບແບຣນ Balenciaga ທີ່ໄດ້ອອກ ຄໍເລັກຊັນມາຈົນເປັນກະແສ ບໍ່ວ່າຈະເປັນ ກະເປົາຖົງກະສອບສີຮຸ້ງກິນນໍ້າ ຫຼື ກະເປົາຖົງຜ້ານວມ.

ລ່າສຸດວັນທີ 26 ມັງກອນ 2019 ມີຜູ້ໃຊ້ທະວິດເຕີ @KomsakAddams ໄດ້ແຊຮູບ ຄໍເລັກຊັນ ຂອງແບຣນດັງອີຕາລີ Gucci ທີ່ອອກແບບສິນຄ້າ ຄ້າຍຄືກັບດີຊາຍເນີແບບໄທບ້ານ ອັນທໍາອິດເປັນໝວກສານປິກກວ້າງສາຍຄ້ອງຄໍ ເຊິ່ງຮວມອອກໂຊຢູ່ເທິງເວທີງານ Cruise 2019 ໃນລາຄາ 450 ຫຼຽນອາເມລິກາ ຫຼື ປະມານ 3.847.000 ກີບ. ສ່ວນແບບທີ 2 ເປັນກະເປົາສານ ແຖບຍັງເປັນສີເອກະລັກຂອງທາງແບຣນ ໃນໜ້າເວັບໄຊ Gucci 

ຢູ່ໃນ ຄໍເລັກຊັນ Pre-Fall 2018 ເຊິ່ງໄດ້ຮັບແຮງບັນດາໃຈມາຈາກຍຸກ 60 ແລະ 70 ຜະລິດດ້ວຍວັດສະດຸຈາກທໍາມະຊາດ, ນໍ້າໜັກເບົາ, ລາຄາຢູ່ທີໃບລະ 1.290 ຫຼຽນອາເມລິກາ  ຫຼື ປະມານ 11 ລ້ານກີບ. ງານນີ້ເຫັນແລ້ວກໍອົດເຫັນແຟຊັນຂອງບ້ານເຮົາບໍ່ໄດ້ ໂດຍຊາວໂຊຊຽວໄດ້ພາກັນແຊໄປແບບມ່ວນໆ ຕະຫຼົກວ່າ ຖ້າໃສ່ຄູ່ກັນແລ້ວອາດຈະຄືຜູ້ສາວຊາວບ້ານສູ້ຊີວິດເລີຍ ເຖິງຈະເປັນງານສີມືທີ່ມີລາຄາແພງກໍຕາມ.

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ:hilight.kapook.com

ຮູບພາບຈາກ: gucci.com

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...