spot_img
Homeຂ່າວຕ່າງປະເທດອິນໂດ ຕົກໃຈ ລາຄາຖົ່ວລຽນໜ່ວຍໜຶ່ງເກືອບ 8 ລ້ານກວ່າກີບ

ອິນໂດ ຕົກໃຈ ລາຄາຖົ່ວລຽນໜ່ວຍໜຶ່ງເກືອບ 8 ລ້ານກວ່າກີບ

Published on

ຊາວອິນໂດເນເຊຍ ຕົກໃຈທົ່ວລຽນ 2 ໜ່ວຍວາງຂາຍໃນຊຸບເປີມາເກັດ ດ້ວຍລາຄາເທົ່າກັນໜ່ວຍລະ 14 ລ້ານຣູປີ ຫຼື ເທົ່າກັບ 8.614.964 ກີບ ເປັນລາຄາທີ່ສູງຄັ້ງປະຫວັດສາດ ແລະ ລາຄາຂາຍສູງກວ່າຄ່າຈ້າງແຮງງານຂັ້ນຕໍ່າໃນໜຶ່ງເດືອນຂອງປະຊາຊົນປະມານ 8 ເທົ່າ, ປະຊາຊົນສ່ວນໃຫຍ່ທີ່ຢູ່ໃກ້ພາກັນເຂົ້າໄປຖ່າຍພາບເປັນທີ່ລະນຶກຢ່າງ.

ສໍານັກຂ່າວ AFP ລາຍງານຈາກເມືອງ ຕາຊິດມາລາຍາ ປະເທດອິນໂດເນເຊຍ ວັນທີ 30 ມັງກອນ 2019 ຜ່ານມາວ່າ ຖົ່ວລຽນ 2 ໜ່ວຍຖືກວາງຂາຍໜ່ວຍລະ 14 ລ້ານຣູປີ ແລະ ແຂວນໂຊຢູ່ໃນຊຸບເປີມາເກັດແຫ່ງໜຶ່ງໃນເມືອງ ຕາຊິດມາລາຍາ ແຂວງ ຊວາຕາເວັນຕົກ ອິນໂດເນເຊຍ ເຊິ່ງລາຄາຂາຍສູງກວ່າຄ່າຈ້າງແຮງງານຂັ້ນຕໍ່າໃນໜຶ່ງເດືອນຂອງປະຊາຊົນປະມານ 8 ເທົ່າ ຈົນໄດ້ຮັບສາຍານາມເປັນ ລາຊາແຫ່ງໝາກໄມ້ທີ່ໄດ້ຮັບຄວາມນິຍົມໄປທົ່ວພູມມີພາກຂອງອາຊີຕາເວັນອອກສຽງໃຕ້.

ເຮີເຮີຍວານ ເຕເຕນ ຜູ້ຈັດການຕະຫຼາດເຜີຍວ່າ: “ຜູ້ທີ່ຊື້ຖົ່ວລຽນ 2 ໜ່ວຍນີ້ບໍ່ຕ້ອງການເຜີຍຊື່ ພຽງແຕ່ບອກວ່າເຂົາມັກກິນຖົ່ວລຽນ”, ດ້ານຜູ້ໃຊ້ອິນສະຕາແກຣມຄົນໜຶ່ງຂຽນຂໍ້ຄວາມວ່າ: “ລາຄາແພງຫຼາຍເກີນເຫດ ຖ້າເປັນຂ້ອຍຈະເອົາເງິນຈໍານວນນີ້ໄປຊື້ລົດຈັກຂີ່ດີກວ່າ.” ຕາມປົກກະຕິໝາກຖົ່ວລຽນທົ່ວໄປຈະມີລັກສະນະເປັນຮູບໄຂ່ ຫຼື ກົມ ແຕ່ ຖົ່ວລຽນຊະນິດນີ້ມີລັກສະນະທີ່ຂ້ອນຂ້າງມົນຫຼາຍ, ມັນເປັນສາຍພັນໃນທ້ອງຖິ່ນ ເຈ-ຄວີນ ທີ່ເວົ້າກັັນວ່າ ສຸດຍອດຖົ່ວລຽນທີ່ຫາຍາກທີ່ສຸດ ເຊິ່ງໄດ້ຊະນະເລີດຈາກການປະກວດຖົ່ວລຽນທີ່ເມືອງ ປີນັງ ປະເທດມາເລເຊຍ ແລະ ເມື່ອຍາມມັນສຸກຈະມີກິ່ນເໝັນຮຸນແຮງທີ່ສຸດວ່າຖົ່ວລຽນສາຍພັນອື່ນ.

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: AFP, matichon.co.th, dailynews.co.th, 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...